ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມຕີລາຄາຄວາມຄືບໜ້າໂຄງການ

ກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ "ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ" ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2024 ທີ່ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ, ທ່ານ ພົນຕີ ຫງວຽນ ວັນລອງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ, ມີຮອງລັດຖະມົນຕີ, ອົງການຈາກຂະແໜງການຂັ້ນສູນກາງ, ກອງບັນຊາການ ປກສ ແຂວງ, ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍເພາະເປັນການສານຕໍ່ເຈດຕະນາລົມຂອງສອງລັດຖະບານລາວ ແລະ ຫວຽດນາມ ໃນການຈັດຕັ້ງປະຕິບັດແນວທາງລັດຖະບານດີຈີຕ໋ອນ, ເສດຖະກິດດີຈີຕ໋ອນ, ສັງຄົມດີຈີຕ໋ອນ. ຈາກແນວທາງດັ່ງກ່າວ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຫັນມາເປັນໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ. ສະນັ້ນ, ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນໄລຍະ 6 ເດືອນຜ່ານມາ, ມີຄວາມຄືບໜ້າ, ຂໍ້ສະດວກ ແລະ ຫຍຸ້ງຍາກ ແລ້ວພ້ອມກັນກໍານົດທິດທາງແຜນການແກ້ໄຂໃນຕໍ່ໜ້າ.

          ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວອີກຕື່ມວ່າ: ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າວຽກງານຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງຕໍ່ວຽກງານຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມຂອງປະເທດ ເພື່ອໃຫ້ປະເທດເຮົາກ້າວເຂົ້າສູ່ລະບົບການຄຸ້ມຄອງຮອບດ້ານທີ່ທັນສະໄໝໃນຍຸກ 4.0 ໂດຍເຫັນໄດ້ເຖິງຄວາມສໍາຄັນ, ຄວາມຈໍາເປັນດັ່ງກ່າວ, ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ມີຄວາມພະຍາຍາມສ້າງເງື່ອນໄຂອໍານວຍຄວາມສະດວກຮອບດ້ານໃນການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວຢູ່ ສປປ ລາວ ໃຫ້ບັນລຸຕາມແຜນການໄດ້ກຳນົດໃນແຕ່ລະໄລຍະ.

ຈາກນັ້ນ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ໄລຍະທີ 1 ເປັນຕົ້ນ: ໄດ້ສໍາເລັດການຕິດຕັ້ງລະບົບເຊີເວີທີ່ເປັນລະບົບແມ່ຂອງຖານຂໍ້ມູນ ແລະ ກວດກາການເຊື່ອມຕໍ່ລະຫວ່າງລະບົບລາວພີມ ກັບລະບົບການໂອນຖ່າຍຂໍ້ມູນ ແລະ ການຫັນຂໍ້ມູນ ເປັນເອກະສານເອເລັກໂຕນິກ. ໂອນຖ່າຍຂໍ້ມູນຈາກລະບົບລາວພີມ ມາເປັນຮູບແບບເນື້ອໃນຂໍ້ມູນ ແລະ ກໍານົດຖານຂໍ້ມູນສໍາຮອງຢູ່ໃນຖານຂໍ້ມູນເກົ່າ. ຫຼັງຈາກນັ້ນ ຮັບປະກັນທຸກເງື່ອນໄຂທີ່ຈໍາເປັນເພື່ອຮັບປະກັນການໂອນຖ່າຍຖານຂໍ້ມູນຈາກລະບົບລາວພີມ;  ນັບແຕ່ວັນທີ 4 ພະຈິກ ຫາ 1 ທັນວາ 2024 ໄດ້ໂອນຖ່າຍສໍາມະໂນຄົວເປັນເອກະສານເອເລັກໂຕຣນິກທົ່ວປະເທດ ໄດ້ 7,936  ໃນຈໍານວນທີ່ຕ້ອງການໂອນທັງໝົດ  761,996 ສໍານວນ ກວມອັດຕາສ່ວນ 1,04%,  5 ປກສ ແຂວງທີ່ໄດ້ໂອນໄວກ່ອນໝູ່ ແມ່ນ ປກສ ແຂວງໄຊສົມບຸນ ກວມເອົາ 43,50 %, ແຂວງໄຊຍະບູລີ 3,57%, ນະຄອນຫຼວງວຽງຈັນ 3.48%, ວຽງຈັນ 3,20%, ຜົ້ງສາລີ 2,30% ຕົວເລກໃນວັນທີ 16 ທັນວາ 2024. ຍັງມີ 6 ປກສ ແຂວງ ຍັງຈະຕ້ອງໄດ້ສູ້ຊົນການຫັນເປັນດີຈີຕອນຂໍ້ມູນ ໃຫ້ທ່ວງທັນກັບແຜນການເນື່ອງຈາກວ່າຕົວເລກຈະຕ້ອງໄດ້ໂອນຖ່າຍຫຼາຍກ່ອນໝູ່ ປະກອບມີ ປກສ ແຂວງ ສະຫວັນນະເຂດ, ຈໍາປາສັກ, ຫຼວງພະບາງ, ອຸດົມໄຊ, ຄໍາມ່ວນ, ແລະ ສາລະວັນ. ເພື່ອແກ້ໄຂບັນຫານີ້, ກົມຄຸ້ມຕອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສືບຕໍ່ສົ່ງກໍາລັງລົງໄປຊ່ວຍ 6 ປກສ ແຂວງທີ່ຍັງມີຕົວເລກສູງດັ່ງກ່າວຈໍານວນ 62 ຄົນ ຈະໃຊ້ເວລາອີກ 2 ອາທິດ ນັບແຕ່ວັນທີ 15 -30 ທັນວາ 2024 ຜ່ານມາໃນການຈັດຕັ້ງປະຕິບັດໂຄງການກໍ່ຍັງມີບາງບັນຫາຂໍ້ຄົງຄ້າງ ແລະ ຄວາມຫຍຸ້ງຍາກ, ບາງບົດຮຽນທີ່ຖອດຖອນໄດ້ເພື່ອປະຕິບັດໂຄງການໃຫ້ມີຜົນສໍາເລັດ ແລະ ທິດທາງໜ້າທີ່, ວິທີແກ້ໄຂວຽກງານໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງຄໍາເຫັນຈາກທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຕື່ມອີກ ເພື່ອເປັນຖານຂໍ້ມູນໃນການປະຕິບັດວຽກງານໂຄງການດັ່ງກ່າວໃນຕໍ່ໜ້າໃຫ້ມີຜົນສຳເລັດ.