
ກອງປະຊຸມໃຫຍ່ອົງຄະນະພັກກົມຄັ້ງທີ3
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3 ຂອງອົງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 3 ຂອງອົງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບໄດ້ຈັດໃຈວັນທີ 26 ທັນວາ 2024 ນີ້ ໂດຍການເປັນປະທານຂອງ ສະຫາຍພົຈວ ແກ່ນຈັນ ພົມມະຈັກ,ຄະນະພັກກະຊວງ,ເລຂາຄະນະພັກກົມ,ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ,ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບມີຄະນະພັກກົມ,ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ,ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ຜ່ານບົດລາຍງານການເມືອງທັງສອງພາກເຊີ່ງຕະຫຼອດໄລຍະ 5 ປີຜ່ານມາຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເອົາໃຈໃສ່ໃນການສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງຕໍ່ເນື່ອງ ດ້ວຍຫຼາຍເນື້ອໃນ, ຫຼາຍວິທີການໂດຍສະເພາະໄດ້ນໍາພາຈັດຕັ໊ງເຊື່ອມຊຶມ,ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ລະບຽບການ ແລະ ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກໍາລັງປ້ອງກັນຄວາມສະຫງົບແນ່ໃສ່ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຕິດພັນກັບການ ກໍ່ສ້າງພັກກໍ່ສ້າງພະນັກງານຕາມ 5 ຫຼັກການ 3 ທິດນໍາ, ຮັບປະກັນໄດ້ 3 ລັກສະນະ ຜ່ານການຈັດຕັ້ງປະຕິບັດສາມາດ ຄັດເລືອກໄດ້ສະມາຊິກພັກແຂງ 641 ສະຫາຍ, ຍິງ 77 ສະຫາຍ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 20 ໜ່ວຍ, ພ້ອມນີ້ຍັງໄດ້ຂະຫຍາຍມະຫາຊົນຜູ້ທີມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 206 ສະຫາຍ, ຍິງ 13 ສະຫາຍ ໄດ້ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນ 04 ສະຫາຍ, ບົ່ງຕົວແຕ່ງຕັ້ງ 02 ສະຫາຍ, ໄດ້ຍຸບ- ໂຮມໜ່ວຍພັກຮາກຖານ 02 ໜ່ວຍ ນໍາພາດໍາເນີນກອງປະຊຸມໃຫຍ່ຂັ້ນໜ່ວຍພັກຮາກຖານສໍາເລັດ 22 ໜ່ວຍ ແລະ ວຽກງານອື່ນໆ.
ທິດທາງໃນຕໍ່ໜ້າອົງຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຈະໄດ້ສືບຕໍ່ເຊີດຊູບົດບາດການນໍາພາເດັດຂາດໂດຍກົງຮອບດ້ານຂອງພັກທຸກຂົງເຂດວຽກງານ, ອອກແຮງປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງພະນັກງານໃຫ້ມີຄວາມຊໍານິຊໍານານດ້ານວິຊາສະເພາະ ແລະ ກາຍເປັນມືອາຊີບ, ຕັ້ງໜ້າຜັນຂະຫຍາຍແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງແຂງແຮງຕິດພັນກັບການຈັດຕັ້ງປະຕິບັດຕາມທິດ 3 ສ້າງໃຫ້ເປັນຮູບປະທໍາ, ມີປະສິດທິພາບ ແລະ ສິດທິຜົນສູງ.
ກອງປະຊຸມຍັງໄດປ່ອນບັດຄັດເລືອກເອົາຄະນະພັກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຊຸດໃໝ່ໃນນີ້ມີຜູ້ສະໝັກ 13 ເລືອກເອົາ 11 ສະຫາຍ ຜ່ານການປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ສະໄໝທີ III ສາມາດ ເລືອກໄດ້ 1.ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ເປັນ ເລຂາຄະນະພັກ, 2.ສະຫາຍ ພັອ ສົມສະນິດ ຈັນທະວົງ ເປັນຮອງເລຂາ, 3.ສະຫາຍ ພັອ ລຳໄພ ຍົດປະໄພ ເປັນປະທານກວດກາພັກ, 4.ສະຫາຍ ສີບຸນເຮືອງ ໄຊຍະເພັດ, 5.ສະຫາຍ ພັອ ລີຊວາ ໄຊຍະຊ່າງ, 6.ສະຫາຍ ພັອ ທອງຂັນ ສີສຸພັນທອງ, 7. ສະຫາຍ ພັອ ນາງ ເຂັມຄຳ ໄຊຍະເພັດ, 8.ສະຫາຍ ພັອ ສີພັນ ກູ້ກຽດ, 9. ສະຫາຍ ພັທ ຫົງຄຳ ພັນທະລັງສີ, 10 ສະຫາຍ ພັອ ສົມພູ ອິນທິຈັກ, 11. ສະຫາຍ ພັທ ສີທັດ ຄຳມະນີວົງ ເປັນຄະນະພັກ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະໄໝທີ III.

