ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມປຶກສາຫາລືຄວາມຄືບນ້າການຈັດຕັ້ງປະຕິບັດໂຄງການ

ໃນວັນທີ 27 ທັນວາ 2024 ທີ່ກອງປະຊຸມຊັ້ນ 2 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໂດຍເປັນປະທານຂອງ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຄະນະຮັບຜິດຊອບຈາກກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ, ກົມ 202, ກົມສື່ສານ, ກົມກົດລັບ ແລະ ບັນດາອານຸກຳມະການ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານໂຄງການເຂົ້າຮ່ວມ.

ໃນກອງປະຊຸມ ພັທ ເພັດສະໝອນ ລີວົງສາ ຮອງພະແນກ ໄອທີ ໄດ້ຜ່ານບົດລາຍງານຫຍໍ້ ຜົນສຳເລັດກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວວ່າ ການຈັດ ຕັ້ງປະຕິບັດໂຄງການພາຍຫຼັງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ກອງປະຊຸມຄັ້ງວັນທີ 2 ສິງ ຫາ 2024 ມີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າກະຊວງ ປກສ ຫວຽດນາມ ໃນນັ້ນມີບັນດາຜົນສໍາເລັດ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ມີປະສິດທິຜົນ. ພ້ອມນີ້ໃນກອງປະຊຸມໄດ້ມີການປະກອບຄຳຄິດເຫັນປຶກສາຫາລືກັນລະຫວ່າງກົມຄຸ້ມຄອມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມ 202 , ກົມສື່ສານ ແລະ ກົມກົດລັບ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສຳເລັດຕາມເວລາຂອງໂຄງການ.

ໃນຕອນທ້າຍ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄະນະຮັບຜິດຊອບແຕ່ລະສະຫາຍທີ່ໄດ້ພາກັນຈັດຕັ້ງປະຕິບັດໂຄງການ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ໃຫ້ເອົາ ໃຈໃສ່ນຳເອົາການປະກອບຄຳຄິດຄຳເຫັນ, ປຶກສາຫາລື, ແລກປ່ຽນບົດຮຽນ, ເຕັກນິກວິຊາສະເພາະໃນຄັ້ງນີ້ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວໃຫ້ມີມີປະສິດຕິຜົນສູງ.ໃນວັນທີ 27 ທັນວາ 2024 ທີ່ກອງປະຊຸມຊັ້ນ 2 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງໂຄງການ ການສ້າງຖານ ການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໂດຍເປັນປະທານຂອງ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຄະນະຮັບຜິດຊອບຈາກກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍສ້າງຮາກຖານ, ກົມ 202, ກົມສື່ສານ, ກົມກົດລັບ ແລະ ບັນດາອານຸກຳມະການ ພ້ອມດ້ວຍພະນັກງານຮັບຜິດຊອບວຽກງານໂຄງການເຂົ້າຮ່ວມ.

ໃນກອງປະຊຸມ ພັທ ເພັດສະໝອນ ລີວົງສາ ຮອງພະແນກ ໄອທີ ໄດ້ຜ່ານບົດລາຍງານຫຍໍ້ ຜົນສຳເລັດກອງປະຊຸມຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວວ່າ ການຈັດ ຕັ້ງປະຕິບັດໂຄງການພາຍຫຼັງກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງເຜີຍແຜ່ ເຊື່ອມຊຶມ ກອງປະຊຸມຄັ້ງວັນທີ 2 ສິງ ຫາ 2024 ມີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າກະຊວງ ປກສ ຫວຽດນາມ ໃນນັ້ນມີບັນດາຜົນສໍາເລັດ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ມີປະສິດທິຜົນ. ພ້ອມນີ້ໃນກອງປະຊຸມໄດ້ມີການປະກອບຄຳຄິດເຫັນປຶກສາຫາລືກັນລະຫວ່າງກົມຄຸ້ມຄອມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມ 202 , ກົມສື່ສານ ແລະ ກົມກົດລັບ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສຳເລັດຕາມເວລາຂອງໂຄງການ.

ໃນຕອນທ້າຍ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຮອງຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຄະນະຮັບຜິດຊອບແຕ່ລະສະຫາຍທີ່ໄດ້ພາກັນຈັດຕັ້ງປະຕິບັດໂຄງການ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາຄະນະຮັບຜິດຊອບທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ໃຫ້ເອົາ ໃຈໃສ່ນຳເອົາການປະກອບຄຳຄິດຄຳເຫັນ, ປຶກສາຫາລື, ແລກປ່ຽນບົດຮຽນ, ເຕັກນິກວິຊາສະເພາະໃນຄັ້ງນີ້ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວໃຫ້ມີມີປະສິດຕິຜົນສູງ.