ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ພ້ອມຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າອວຍພອນ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ເນື່ອງໂອກາດ ປີໃໝ່ສາກົນ

ໃນຕອນບ່າຍຂອງວັນທີ 31 ທັນວາ 2024, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະພັກກົມ ເຂົ້າອວຍພອນ ທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດປີໃໝ່ສາກົນ 2025.

ໂອກາດດັ່ງກ່າວນີ້, ພົຈວ ແກ່ນຈັນ ພົມມະຈັກ ໄດ້ກ່າວຄໍາອວຍພອນປີໃໝ່ ແລະ ສະແດງຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ ແລະ ຄວາມຮູ້ບຸນຄຸນຕໍ່ທ່ານຮອງລັດຖະມົນກະຊວງປ້ອງກັນຄວາມສະຫງົບທີ່ໄດ້ເອົາໃຈໃສ່ຊີ້ນຳຕໍ່ກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຕະຫຼອດໄລຍະທີ່ຜ່ານມາ ເຮັດໃຫ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເຕີບໃຫຍ່ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ພົທ ກົງທອງ ພົງວິຈິດ ກໍໄດ້ກ່າວສະແດງຄວາມຂອບໃຈ ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ທີ່ໄດ້ມາອວຍພອນໃນຄັ້ງນີ້, ສໍາລັບປີໃໝ່ສາກົນໃກ້ຈະມາເຖິງນີ້ຂໍອວຍພອນໃຫ້ທຸກທ່ານຈົ່ງມີແຕ່ຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ການປະຕິ ບັດໜ້າທີ່ການເມືອງກໍຂໍໃຫ້ມີແຕ່ປະສົບຜົນສໍາເລັດ ແລະ ເຕີບໃຫຍ່ຂະຫາຍຕົວໃຫຍ່ຍິ່ງໆຂຶ້ນກວ່າເກົ່າ.