ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມທົດລອງເປີດນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ຢູ່ ປກສ ເມືອງໄຊທານີ

ໃນວັນທີ 8 ມັງກອນ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ພອນ ຊິດເຕັມ ໄດ້ຈັດກອງປະຊຸມທົດລອງເປີດນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ຢູ່ ປກສ ເມືອງໄຊທານີ ໂດຍການເປັນປະທານຂອງທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີພະນະທ່ານ ລາສໂລ ທາກາສ ເອກອັກຄະລັດຖະທູດ ຮັງກາຣີ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງແຜນການ, ກົມໃຫຍ່ພະລາທິການ, ກົມກົມໃຫຍ່ສັນຕິບານ, ປກສ ນະຄອນຫຼວງ ແລະ ປກສ ເມືອງໄຊທານີ ເຂົ້າຮ່ວມ. 

         ທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ ໄດ້ຂື້ນລາຍງານຄວາມເຄີບໜ້າຂອງໂຄງການໃຫ້ຮູ້ວ່າ: ປະຈຸບັນທາງບໍລິສັດ ໄດ້ກຽມຄວາມພ້ອມໃນການນຳໃຊ້ໂຕຈິງ ເປັນຕົ້ນແມ່ນ: ການອອກປື້ມສໍາມະໂນຄົວແລະບັດປະຈໍາຕົວໄດ້ຢຸ ດນໍາໃຊ້ ລະບົບເກົົ່າແລຸ້ວ(ລະບົບHuawei), ກຸ່ມບໍລິສັດພອນຊີສເຕັມສະເໜີ ຍຸດທະສາດການຈັດຕັັ້ງປະຕິບັດເປີດນໍາໃຊ້ແບບເທືື່ອລະ ກ້າວ– ເລີື່ມນໍາໃຊ້ລະບົບLAOID ແບບເທືື່ອລະແຂວງ. 10 ຫ້ອງການໃນນະຄອນຫຼວງວຽງຈັນກຽມພ້ອມເປີດໃຫ້ນໍາໃຊ້ຕົວຈິງແລ້ວ.

ໃນໂອກາດນີ້ ທ່ານ ພົທ ກົງທອງ ພົງວິຈິດ ພ້ອມດ້ວຍຄະນະ ແລະ ປະທານກຸ່ມບໍລິສັດ ພອນຊີສເຕັມ ກໍ່ໄດ້ລົງຕິດຕາມ, ຊຸກຍູ້ການເປີດນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ຢູ່ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງໄຊທານີຕື່ມອີກ ເປັນຕົ້ນ: ການພິມປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍລະບົບແບບໃໝ່, ໂປຼແກຼມເກັບກຳລາຍນິ້ວມື ແລະ ອື່ນໆ.