ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເນັ້ນໜັກໃຫ້ພະນັກງານທີ່ລົງຈັດຕັ້ງປະຕິບັດຊຸກຍູ້ ວຽກງານໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ

ໃນຕອນບ່າຍວັນທີ 8 ມັງກອນ 2025 ທ່ານ ພົຈວ ແກ່ນຈັນພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພະນັກງານທີ່ລົງ ຈັດຕັ້ງປະຕິບັດຊຸກຍູ້ ວຽກງານໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ໃນ 7 ແຂວງ, ມີບັນດາຄະນະກົມ, ຮອງກົມ, ກອງເລຂາ ແລະ ພະນັກງານທີ່ຈະລົງປະຕິບັດວຽກງານຕົວຈິງ ໃນການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ໃນ 7 ແຂວງເຂົ້າຮ່ວມ.

ໃນໂອການີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ເນັ້ນນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງລົງລົງຊຸກຍູ້ຈັດຕັ້ງປະຕິບັດການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ໃນ 7 ແຂວງຈົ່ງເອົາໃຈໃສ່ຕິດຕາມຊຸກຍູ້ຊ່ວຍພະນັກງານ ຢູ່ບັນດາກອງບັນຊາການ ປກສ ຂັ້ນແຂວງ, ປກສ ຂັ້ນເມືອງ/ ນະຄອນ ໃນຂອບເຂດທົ່ວປະເທດ ໃຫ້ເຂົ້າໃຈແຈ້ງໃນການນໍາໃຊ້ລະບົບ ແລະ ການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ; ເພື່ອສ້າງພື້ນຖານໂຄງລ່າງ, ຂໍ້ມູນຕົ້ນຕໍ່ກ່ຽວກັບທີ່ຢູ່ອາໄສຕາມແຕ່ລະຂັ້ນຕອນ ເພື່ອກ້າວສູ່ການຫັນປ່ຽນ ເປັນດີຈິຕອນແຫ່ງຊາດ ແລະ ເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການເກັບກຳ, ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ພ້ອມນັ້ນບັນດາສະຫາຍທີ່ຖືກແຕ່ງຕັ້ງລົງລົງຊຸກຍູ້ຈັດຕັ້ງປະຕິບັດການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງສຸມໃສ່ເຮັດຫຼ້ອນໜ້າທີ່ຂອງຕົນ, ຕິດຕາມ, ຊຸກຍູ້ ສະຫຼຸບລາຍງານການໂອນຖ່າຍຂໍ້ມູນສຳມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກໃນແຕ່ລະມື້ໃຫ້ຂັ້ນເທີງຮັບຊາບຢ່າງເປັນປົກກະຕິ