
ກອງປະຊຸມຄົ້ນຄ້ວາການນຳສະເໜີຊຳລະເງິນຄັ້ງ9-10 ແລະ ເອກະສານປິດໂຄງການຄຸ້ມຄອງພົນລະເມືອງລາວ ( ລະບົບບັດປະຈຳຕົວ ໄລຍະທີ 1)
ໃນວັນທີ 10 ມັງກອນ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ບໍລິສັດ ພອນ ຊິດເຕັມ ໄດ້ຈັດກອງປະຊຸມຄົ້ນຄ້ວາການນຳສະເໜີຊຳລະເງິນຄັ້ງ9-10 ແລະ ເອກະສານປິດໂຄງການຄຸ້ມຄອງພົນລະເມືອງລາວ ( ລະບົບບັດປະຈໍາຕົວ ໄລຍະທີ 1) ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ ພ້ອມດ້ວຍຄະນະ, ມີຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງການເງິນ, ຄະນະຮັບຜິດຊອບໂຄງການຂອງກະຊວງປ້ອງກັນຄວາມສະຫງົບ, ແລະ ພະແນກທີ່ກ່ຽວຂ້ອງຈາກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.
ທ່ານ ລາສໂລ ໂກວາສ ປະທານ ກຸ່ມບໍລິສັດ ພອນຊີສເຕັມ ໄດ້ຂື້ນລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາໃຫ້ຮູ້ວ່າ: ປະຈຸບັນທາງບໍລິສັດ ໄດ້ກຽມຄວາມພ້ອມໃນການນຳໃຊ້ໂຕຈິງ ເປັນຕົ້ນແມ່ນ: ການອອກປື້ມສໍາມະໂນຄົວແລະບັດປະຈໍາຕົວໄດ້ຢຸດນໍາໃຊ້ ລະບົບເກົົ່າແລຸ້ວ(ລະບົບHuawei), ກຸ່ມບໍລິສັດພອນຊີສເຕັມສະເໜີ ຍຸດທະສາດການຈັດຕັັ້ງປະຕິບັດເປີດນໍາໃຊ້ແບບເທືື່ອລະ ກ້າວ– ເລີື່ມນໍາໃຊ້ລະບົບLAOID ແບບເທືື່ອລະແຂວງ, ຫ້ອງການໃນນະຄອນຫຼວງວຽງຈັນກຽມພ້ອມເປີດໃຫ້ນໍາໃຊ້ຕົວຈິງແລ້ວພ້ອມກອງປະຊຸມຍັງປະກອບຄຳຄິ ຄຳເຫັນ, ຄົ້ນຄວ້າການນຳສະເໜີຊຳລະເງິນຄັ້ງທີ 9-10 ແລະ ຄົ້ນຄ້ວາເອກະສານປິດໂຄງການຄຸ້ມຄອງພົນລະເມືອງລາວ ( ລະບົບບັດປະຈຳຕົວ ໄລຍະທີ 1 ).
ໃນຕອນທ້າຍຂອງກອງປະຊຸມທັງສອງຝ່າຍກໍ່ໄດ້ລົງນາມໃນເອກະສານຂອງໂຄງການ ໂດຍທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ລາສໂລ ໂກວາສ ປະທານກຸ່ມບໍລິສັດ ພອນຊີສເຕັມ ໂດຍມີຜູ້ແທນຈາກກະຊວງການຕ່າງປະເທດ, ກະຊວງການເງິນ, ຄະນະຮັບຜິດຊອບໂຄງການຂອງກະຊວງປ້ອງກັນຄວາມສະຫງົບ, ກຸ່ມບໍລິສັດ ພອນຊີສເຕັມ ແລະ ພະແນກທີ່ກ່ຽວຂ້ອງຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮ່ວມເປັນສັກຂີພິຍານ.

