
ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ຢູ່ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ
ໃນວັນທີ 15 ມັງກອນ 2025 ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານເອເລັກໂຕຣນິກ ຢູ່ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ
ໃນການລົງມາຊຸກຍູ້ຕິດຕາມໃນຄັ້ງນີ້ທ່ານຮອງຫົວໜ້າກົມກໍ່ໄດ້ຊຸກຍູ້ຊີ້ນຳ ເພື່ອເຮັດໃຫ້ການໂອນຖ່າຍສຳເນົາສຳມະໂນຄົວຢູ່ກອງບັນຊາການ ປກສ ເມືອງໄຊ ໃຫ້ເຂົ້າໃຈແຈ້ງໃນການນໍາໃຊ້ລະບົບ ແລະ ການໂອນຖ່າຍສໍາເນົາສໍາມະໂນຄົວ ເປັນເອກະສານຂໍ້ມູນເອເລັກໂຕຣນິກ; ເພື່ອສ້າງພື້ນຖານໂຄງລ່າງ, ຂໍ້ມູນຕົ້ນຕໍ່ກ່ຽວກັບທີ່ຢູ່ອາໄສຕາມແຕ່ລະຂັ້ນຕອນ ເພື່ອກ້າວສູ່ການຫັນປ່ຽນ ເປັນດີຈິຕອນແຫ່ງຊາດ ແລະ ເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະກອບສ່ວນເຮັດໃຫ້ການ ຈັດຕັ້ງປະຕິບັດແຜນການເກັບກຳ, ປ້ອນຂໍ້ມູນເຂົ້າໃນລະບົບ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

