
ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບໃຫ້ເປັນຂະບວນການຟົດຟື້ນຄະນະບໍລິຫານງານຊາວໜຸ່ມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ນໍາເອົາຜົນງານການຄື່ອນໄຫວວຽກງານຂອງຄະນະບໍລິຫານງານຊາວໜຸ່ມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຜົນງານທີ່ນຳວາງສະແດງໃນຄັ້ງນີ້ມີ:
* ຮູບພາບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ວຽກງານກໍ່ສ້າງຮາກຖານການເມືອງ
* ເອກະສານຂັ້ນຕອນການປະກອບປື້ມສຳມະໂນຄົວລາວ ແລະ ຕ່າງດ້າວ
* ບັດປະຈຳຕົວ
* ວຽກງານອາຊີບພິເສດ- ພາຫະນະພິເສດ ການຂື້ນທະບຽນຜະລິຕາປະທັບ
ນອກນັ້ນ ຍັງມີຜະລິດຕະພັນ ເຄື່ອງອຸປະໂພກ, ບໍລິໂພກ ຈາກຜົນງານສີມືຂອງບັນດາສະມະຊິກຊາວໜຸ່ມກົມ
ພ້ອມດຽວກັນນັ້ນ ຍັງໄດ້ສົ່ງສະມະຊິກຊາວໜຸ່ມເຂົ້າຮ່ວມແຂ່ງຂັນຂະບວນການກິລາປະເພດຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມແຂ່ງຂັນກິລາ ບານເຕະຊາຍ ແລະ ກິລາບານສົ່ງ
ຕະຫຼອດໄລຍະການແຂ່ງຂັນ ແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ສະໜິດສະໜົມດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ສະແດງໃຫ້ເຫັນເຖີງເອົາໃຈໃສ່ທຸ່ມເທເຫື່ອແຮງ, ກຳລັງ, ສະຕິປັນຍາຂອງຕົນສຸດຄວາມສາມາດ, ຫຼາຍພາກສ່ວນສູ່ຕົນເອງ ແລະ ກົມກອງ.

