ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ 2025 ຂອງກົມຄຸ້ມຄອງສຳມະໂນຄົວ ແລະກໍ່ສ້າງຮາກຖານ

ໃນວັນທີ 28ມັງກອນ 2025 ນີ້ ທ່ານ ພົທ ຄໍາກີ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ແລະ ທິດທາງແຜນ ປີ 2025 ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະກົມ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ແລະ ໜ່ວຍງານອ້ອມຂ້າງກົມເຂົ້າຮ່ວມ.

ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຍາດມາໄດ້ໃນໄລຍະຜ່ານມາ ແລະທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເອົາໃຈ່ໃສ່ນໍາພາ-ບັນຊາ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍນຳເອົາບັນດາເອກະສານ, ມະຕິ, ຄໍາສັ່ງຕ່າງໆ ນັບທັງບັນດາພຶດຕິກຳເຫດການຕົວຈິງລົງເຜີຍແຜ່ສູ່ຮາກຖານທ້ອງຖິ່ນ, ປັບປຸງຄືນກົງຈັກການຈັດຕັ້ງຢູ່ກົມກອງ ລວມທັງກຳລັງ ປກສ ກຸ່ມບ້ານ, ປກສ ບ້ານ ໃຫ້ເຂັ້ມແຂງ, ສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນແນ່ໃສ່ຮັບປະກັນ ທາງດ້ານແບບແຜນວິທີເຮັດວຽກ, ທັດສະນະຄຸນທາດການເມືອງຕິດພັນກັບຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ເກັ່ງທາງດ້ານວິຊາສະເພາະ ແລະ ຫັນເປັນມືອາຊີບ; ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ, ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ, ຕິດພັນກັບການແກ້ໄຂບັນຫາຫຍໍ້ທໍ້ຕ່າງໆຢູ່ທ້ອງຖິ່ນຮາກຖານ, ສຸມໃສ່ເຮັດວຽກງານວິຊາສະເພາະຄຸ້ມຄອງການເໜັງຕີງຂອງພົນລະເມືອງ ກຳໃຫ້ໄດ້ການເພີ່ມ-ຫຼຸດ, ການຍົກຍ້າຍເຂົ້າ-ອອກ ຂອງພົນລະເມືອງແບບຊະຊາຍ, ເຂົ້າເມືອງຜິດກົດໝາຍ, ການຂຶ້ນທະບຽນສໍາມະໂນຄົວ ແລະ ອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ, ການຄຸ້ມຄອງ ອາຊີບ-ພາຫະນະພິເສດ ໃຫ້ເຂົ້າສູ່ລະບຽບຫຼັກການ, ຈັດຕັ້ງຜັນຂະຫຍາຍ ຄໍາສັ່ງເລກທີ 11/ນຍ ຄຸ້ມຄອງຜະລິດກາປະທັບຕ່າງໆໃຫ້ຖືກຕ້ອງ ແລະ ທ່ວງທັນກັບຄວາມ ຕ້ອງການຂອງສັງຄົມ ສືບຕໍ່ສຸມໃສ່ເຮັດວຽກງານໂຄງການສ້າງຖານຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ໃຫ້ສຳເລັດໄປຕາມແຜນທີ່ກຳນົດໄວ້, ເອົາໃຈໃສາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຝືກອົບຮົມ, ປັບປຸງລັງ ປກສ ກຸ່ມ ບ້ານ, ປກສ ບ້ານ ຕິດພັນກັບກອງຫຼອນເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ ພາລະບົດ ບາດ, ສິດ- ໜ້າທີ່ຂອງຕົນ ແລະ ເພື່ອຍົກລະດັບໃຫ້ກຳລັງດັ່ງກ່າວໃຫ້ມີຄວາມຮູ້ຄວາມສາມາດໃນ ການປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກໍາລັງປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຮາກຖານ: ສຸມໃສ່ປະສານສົມທົບແໜ້ນກັບບັນດາກອງບັນຊາການ ປກສ ແຂວງ, ເມືອງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໂດຍສະເພາະຢູ່ບັນດາຈຸດຫຼໍ່ແຫຼມກອງກໍ່ສ້າງຮາກຖານ ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຄຳສັ່ງ ແລະ ທິດທາງແຜນການ ຂອງແຂວງ, ເມືອງກໍ່ຄືຂອງກະຊວງປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນພ້ອມທັງມີການ ສະຫຼຸບລາຍງານແຕ່ລະໄລຍະໃຫ້ຂັ້ນເທິງເປັນປົກກະຕິ.