
ພິທີມອບຮັບ ໃບຢັ້ງຢືນໃຫ້ແກ່ພະນັກງານ ທີ່ສຳເລັດຊຸດເຝິກອົບຮົມນຳໃຊ້ລະບົບຄຸ້ມຄອງພົນລະເມືອງລາວ
ໃນທ້າຍອາທິດທີ່ຜ່ານມານີ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດຊຸດເຝິກອົບຮົມນຳໃຊ້ລະບົບຄຸ້ມຄອງພົນລະເມືອງ ໂດຍ ການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ,ມີນັກ ຊ່ຽວຊານ-ວິຊາການ ຈາກບໍລິສັດພອນຊີສເຕັມ, ຄະນະຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ ຢ່າງພ້ອມພຽງ.
ທ່ານ ພັທ ຫົງຄຳ ພັນທະລັງສີ ຫົວໜ້າພະແນກ ອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ໃຫ້ຮູ້ວ່າ: ຜ່ານການເປີດຝຶກອົບຮົມ ນັບແຕ່ວັນທີ 03 - 12 ກຸມພາ 2025 ຄະນະກອງເລຂາໂຄງການ ສາມາດສະຫຼຸບຜົນການຝຶກອົບຮົມ ການນຳໃຊ້ລະບົບຄຸ້ມຄອງພົນລະເມືອງລາວ (ລະບົບບັດປະຈຳຕົວ ໄລ ຍະທີ 01) ໃຫ້ກອງບັນຊາການ ປກສ ແຂວງ, ປກສ ເມືອງ ໃນ 06 ແຂວງ 106 ສະຫາຍ ຄື ນັກສໍາມະນາກອນມາຈາກ ແຂວງ ວຽງຈັນ ຈໍານວນ: 18 ສະຫາຍ, ຍິງ 03 ສະຫາຍ; ນັກສໍາມະນາກອນມາຈາກ ແຂວງ ຫົວພັນ ຈໍານວນ: 22 ສະຫາຍ, ຍິງ 05 ສະຫາຍ; ນັກສໍາມະນາກອນມາຈາກ ແຂວງ ຊຽງຂວາງ ຈໍານວນ: 16 ສະຫາຍ, ຍິງ 05 ສະຫາຍ; ນັກສໍາມະນາກອນມາຈາກ ແຂວງ ໄຊສົມບູນ ຈໍານວນ: 12 ສະຫາຍ, ຍິງ 02 ສະຫາຍ; ນັກສໍາມະນາກອນມາຈາກ ແຂວງ ບໍລິຄຳໄຊ ຈໍານວນ: 16 ສະຫາຍ, ຍິງ 02 ສະຫາຍ; ນັກສໍາມະນາກອນມາຈາກ ແຂວງ ຄຳມ່ວນ ຈໍານວນ: 22 ສະຫາຍ, ຍິງ 04 ສະຫາຍ; ເພື່ອຈະນຳໄປຜັນຂະຫຍາຍ ເຂົ້າສູ່ວຽກງານ ຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວ ໃນຂອບເຂດທົ່ວປະເທດ ແລະ ຜ່ານການຝຶກອົບຮົມໃນເບື້ອງຕົ້ນເຫັນວ່າ ນັກສຳມະນາກອນ ຈາກທີ່ບໍ່ທັນຮູ້ເລິກກ່ຽວກັບລະບົບ ແມ່ນມີຄວາມເຂົ້າໃຈແຈ້ງຂຶ້ນກວ່າເກົ່າ ເຖິງລະບຽບການ ແລະ ຂັ້ນຕອນຂອງການຄຸ້ມຄອງສຳມະໂນຄົວ, ກຳລັງ ປກສ ແຂວງ, ປກສ ເມືອງ ສາມາດກຳໄດ້ຂັ້ນຕອນ ແລະ ການຄຸ້ມຄອງພົນລະເມືອງທີ່ຖືກຕ້ອງຊັດເຈນ, ຄົບຕາມຫຼັກການວິຊາສະເພາະ
ແລະ ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອື່ນ ທ່ານກໍໄດ້ສະອໍແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດານັກສຳມະນາກອນທຸກສະຫາຍ ທີ່ມີຜົນການຮຽນທີ່ໄດ້ຮັບຄະແນນສອບເສັງທີ່ດີ ສາມາດກຳໄດ້ເຖິງຂັ້ນຕອນຕ່າງໆໃນການນຳໃຊ້ລະບົບ ໂປຣແກຣມດັ່ງກ່າວ ແລະ ປະຕິບັດຕາມໂມງເວລາໃນການຮຽນ ຖືກຕ້ອງຕາມກຳນົດ, ເອົາໃຈໃສ່ການຝຶກຊ້ອມ, ທົດລອງແຕ່ລະຫົວຂໍ້ຂອງການຝຶກອົບຮົມ ເຮັດໃຫ້ແຕ່ລະສະຫາຍມີຄວາມເຂົ້າໃຈໄດ້ຢ່າາງວ່ອງໄວ ສາມາດນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ບັນດາທ້ອງຖິ່ນຂອງຕົນ ພ້ອມກັນປະສານງານກັບຜູ້ຊ່ຽວຊານເພື່ອສະໜອງຂໍ້ມູນ ແລະແກ້ໄຂໃຫ້ທ່ວງທັນ ຫຼັງຈາກນັ້ນກໍໄດ້ມອບໃບຢັ້ງຢືນ ໃຫ້ກັບບັນດານັກສຳມະນາກອນ 106 ສະຫາຍ. ໂດຍໃຫ້ກຽດມອບຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.