ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ເມືອງຮົ່ມໄດ້ຮັບເຄື່ອງຊ່ວຍເຫລືອຈາກຄອບຄົວການນຳ ກົມ 509 ກະຊວງປ້ອງກັນຄວາມສະຫງົບ ແລະ ຄອບຄົວການນຳແຂວງໄຊສົມບູນ ແລະ ບັນດາບໍລິສັດ.

ໃນຕອນເຊົ້າວັນທີ 28 ກຸມພາ 2025 ທ່ານ ດຣ ນາງ ຄຳປະສິດ ພົມມະຈັກ  ພັນລະຍາທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄະນະຮັບຜິດຊອບໂຄງການຈິດອາສາຄອບຄົວການນຳຮ່ວມກັບນັກທຸລະກິດລາວ ພ້ອມດ້ວຍ ຄອບຄົວການນຳແຂວງ, ສະພາປະຊາຊົນແຂວງ, ສະຫະພັນແມ່ຍິງແຂວງໄຊສົມບູນ ແລະ ພະອາຈານ ຊາປ໋ອງ ເຈົ້າອະທິການວັດປ່າຄວາຍແດງ ພ້ອມດ້ວຍອອກຕົນຍາດໂຍມບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈຳກັດ, ບໍລິສັດສຽນເສີງໜຶ່ງ ຈຳກັດ ໄດ້ນຳເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ໄປຊ່ວຍເຫລືອຄອບຄົວທຸກຍາກ 30 ຄອບຄົວ, ພ້ອມດ້ວຍນ້ອງນັກຮຽນ ຢູ່ບ້ານ ພູງູ  ແລະ 14 ຄອບຄົວທຸກຍາກ ແລະ 2 ຄອບຄົວ ນັກຮົບວິລະຊົນແຫ່ງຊາດຢູ່ບ້ານ ຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ຈຸນດາ ຄຳບຸນມີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຮົ່ມ, ມີຄະນະນຳຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

Photo

ທ່ານ ດຣ ນາງ ຄໍາປະສິດ ພົມມະຈັກ ໄດ້ກ່າວວ່າ: ມື້ນີ້ເປັນມື້ທີ່ດີ ທີ່ມີຄວາມໝາຍສໍາຄັນ ທີ່ໄດ້ຕາງໜ້າຄອບຄົວການນຳສູງສຸດ ແລະ ຕາງໜ້າຄອບຄົວການນຳຂັ້ນສູງສຸດ ຂອງ ສປປລາວ ແລະ ການນຳຂອງ ກຊ ປກສ ເວົ້າສະເພາະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮ່ວມກັບຄອບຄົວການນຳຂອງແຂວງໄຊສົມບູນ ພ້ອມດ້ວຍ ບັນດາຫົວໜ່ວຍທຸລະກິດໂດຍຜ່ານໂຄງການຈິດອາສາທີ່ໄດ້ລົງແຈກຢາຍເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ປະຊາຊົນ, ນ້ອງນ້ອຍນັກຮຽນ ແລະ ບ້ານພູງູ, ບ້ານຫ້ວຍຊາຍ ແລະ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ Photo

ໂດຍເຄື່ອງນຳມາມອບໃນຄັ້ງນີ້ປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກ ຈຳນວນ, ອຸປະກອນການຮຽນ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ລວມມູນຄ່າ 235.000.000 ລ້ານກີບ ເປັນຕົວແທນກ່າວມອບໂດຍ ທ່ານ ດຣ ນາງ ຄໍາປະສິດ ພົມມະຈັກ, ກ່າວຮັບໂດຍທ່ານ ຈຸນດາ ຄຳບຸນມີ ເຈົ້າເມືອງເມືອງຮົ່ມ ພ້ອມນີ້ກໍ່ຍັງໄດ້ມອບເຄື່ອງໃຫ້ພະນັກງານກອງກໍ່ສ້າງຮາກຖານ 920 ແລະ ກອງ 915 ທີ່ປະຕິບັດໜ້າທີ່ ກໍ່ສ້າງຮາກຖານການເມືອງຢູ່ແຂວງໄຊສົມບູນຕື່ມອີກ. Photo

Photo
Photo
Photo
Photo