ຫົວໜ້າກົມ 509 ພ້ອມດ້ວຍ ຄະນະອວຍພອນ ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ຄົບຮອບ 64 ປີ
ໃນວັນທີ 01 ເມສາ 2025ນີ້, ການນໍາກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າຢ້ຽມຢາມ ແລະ ອວຍພອນ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961 - 5 ເມສາ 2025 ) ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ທີ່ໃກ້ຈະມາເຖິງນີ້.
ການເຂົ້າຢ້ຽມຢາມ ແລະ ອວຍພອນ ຄັ້ງນີ້, ເພຶ່ອເປັນການຢື່ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດຕໍ່ການນຳຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ທີ່ໃກ້ຈະມາເຖິງນີ້ ໃຫ້ມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກສ່ວນຕົວ ແລະ ຄອບຄົວ; ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນອັນປະເສີດຕໍ່ອະດີດລັດຖະມົນຕີ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເດັດດຽວ, ກ້າຫານ ແລະ ເຮັດສໍາເລັດໜ້າທີ່ຢ່າງໂດດເດັ່ນ ສະຫງ່າຜ່າເຜີຍ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ.
ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານຮອງລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນໄຊອັນປະເສີດຄັ້ງນີ້ ແລະ ຂໍອວຍພອນໄຊໃຫ້ ທ່ານ ພ້ອມດ້ວຍຄະນະ ຕະຫຼອດຮອດກໍາລັງປ້ອງກັນຄວາມສະຫງົບທຸກສະຫາຍ ຈົ່ງມີສຸຂະພາບແຮງແຮງ, ມີພາລະໄມສົມບູນ, ເຮັດສໍາເລັດໜ້າທີ່ການເມືອງຕາມລະດັບຄາດໝາຍທີ່ວາງໄວທຸກປະການ; ສືບຕໍ່ພ້ອມກັນກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.