ການນໍາກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງ ປກສ ຢ້ຽມຢາມອະດີດການນຳກົມ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 64 ປີ
ໃນວັນທີ 31 ມີນາ 2025 ທ່ານ ພັອ ສົມສະນິດ ຈັນທະວົງ ແລະ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ພ້ອມດ້ວຍຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ໄດ້ນຳເອົາ ກະຕ່າຂອງຂວັນ ເຂົ້າອວຍພອນ ທ່ານ ພັອ ຫຸມພັນ ເພັດບຸນມີ ແລະ ທ່ານ ພັອ ພູວຽງ ຈະເລີນລັດ ອະດີດການນຳກົມ ເນື່ອງໃນໂອກາດວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025) ທີ່ໃກ້ຈະມາເຖິງນີ້.
ພັອ ສົມສະນິດ ຈັນທະວົງ ແລະ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ອວຍພອນ ທ່ານ ພັອ ຫຸມພັນ ເພັດບຸນມີ ພ້ອມດຽວກັນນີ້, ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ໄດ້ຢ້ຽມຢາມ ແລະ ອວຍພອນ ທ່ານ ພັອ ພູວຽງ ຈະເລີນລັດ.
ການເຂົ້າຢ້ຽມຢາມ ແລະ ອວຍພອນ ຄັ້ງນີ້, ເປັນການຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດຕໍ່ອະດີດການນຳຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ແລະ ອວຍພອນໄຊໃຫ້ບັນດາທ່ານມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະ ໃຈ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມນັ້ນ, ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ອະດີດການນຳຂອງກົມ ທີ່ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ກາຍເປັນກໍາລັງປ້ອງກັນຄວາມສະຫງົບ ຂອງປະຊາຊົນຢ່າງແທ້ຈິງ.
ໂອກາດນີ້, ທ່ານອະດີດການນຳກົມກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ທ່ານ ພັອ ສົມສະນິດ ຈັນທະວົງ ແລະ ທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນໄຊອັນປະເສີດຄັ້ງນີ້ ແລະ ຂໍອວຍພອນໄຊໃຫ້ ທ່ານ ພ້ອມດ້ວຍຄະນະ ຕະຫຼອດຮອດກໍາລັງປ້ອງກັນຄວາມສະຫງົບທຸກສະຫາຍ ຈົ່ງມີສຸຂະພາບແຮງແຮງ, ມີພາລະໄມສົມບູນ, ເຮັດສໍາເລັດໜ້າທີ່ການເມືອງຕາມລະດັບຄາດໝາຍທີ່ວາງໄວທຸກປະການ; ສືບຕໍ່ພ້ອມກັນກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ.