
ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານລົງຕິດຕາມ, ຊຸກຍູ້ວຽກງານ ແລະ ປະກາດການຈັດຕັ້ງຢູ່ກອງ 916
ໃນວັນທີ 30 ເມສາ 2025 ພັອ ລໍາໄພ ຍົດປະໄພ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ປະກາດການຈັດຕັ້ງ ຢູ່ກອງກໍ່ສ້າງຮາກຖານ 916 ມີ ພັອ ເຄນວອນ ລໍວັນໄຊ ຮອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ມີຫົວໜ້າຫ້ອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ບໍລິຄຳໄຊ, ຮອງກອງບັນຊາການ ປກສ ເມືອງ ປາກກະດິງ ແລະ ບັນດາພະນັກງານກອງກໍ່ສ້າງຮາກຖານ 916 ເຂົ້າຮ່ວມ.


ໃນກອງປະຊຸມ ພັທ ລໍາຊັນ ວົງສາມາດ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ 916 ຂື້ນຜ່ານບົດລາຍງານຫຍໍ້ການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງວ່າ ກອງກໍ່ສ້າງຮາກຖານການເມືອງ 916 ແມ່ນ ປະຈໍາ ຢູ່ເມືອງ ປາກກະດິງ ປະກອບມີ 04 ກຸ່ມບ້ານ: ມິີ 17 ບ້ານ, 340 ໜ່ວຍ, 5,434 ຫຼັງຄາເຮືອນ, 4965 ຄອບຄົວ,ມີຈໍານວນພົນທັງໝົດ 32,469 ຄົນ ຍິງ 16,366 ຄົນ, ອາຍຸ 15 ປີຂຶ້ນໄປມີ 22,550 ຄົນ ຍິງ 11,885 ຄົນ ໄດ້ຈົດທະບຽນສຳມະໂນຄົວແລ້ວ 4,941 ຄອບຄົວ ມີຈຳນວນພົນ 29,799 ຄົນ ຍິງ 15,131 ຄົນ. ໃນໄລຍະຜ່ານມາກອງກໍ່ສ້າງຮາກຖານໄດ້ສຸມໃສ່ເຮັດວຽກງານການເມືອງ-ແນວຄິດ ເຊື່ອມຊືມບັນດາມະຕິ, ຄຳສັ່ງໃຫ້ພະນັກ ງານຮາກຖານຢ່າງເປັນປົກກະຕິ ແລະ ປຸກລະດົມຂົນຂວາຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນເຊື່ອມຊືມກຳແໜ້ນ ແນວທາງນະໂຍບາຍຂອງພັກ-ລັດ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂບັນຫາປະກົດການຫຍໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຈາກນັ້ນ ພັຕ ພູໂຂງ ພັນຄູນນິວົງສາ ຕາງໜ້າພະແນການເມືອງ ກົມຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງນາຍຕໍາຫຼວດທີ່ຂື້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານສະບັບເລກທີ 839/ກມປສ, ລົງວັນທີ 17 ກຸມພາ 2025 ແລະ ຜ່ານຂໍ້ຕົກລົງຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງໜ່ວຍງານ ຫ້ອງການກົມ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ, ບັນດາພະແນກ ແລະ ກອງກໍ່ສ້າງຮາກຖານ ສະບັບເລກທີ 1262/ຄກຖຸ, ລົງວັນທີ 19 ກຸມພາ 2025, ໃນນີ້ປະກາດແຕ່ງຕັ້ງ ພັທ ສີແກ້ວ ສຸນິວົງ ເປັນຮອງກອງກໍ່ສ້າງ ຮາກຖານ 916, ແຕ່ງຕັ້ງ ຮອ ໂຕ່ໂຕ້ ຈັນໄຊ ເປັນຫົວໜ້າໜ່ວຍງານບໍລິຫານ, ຮອ ປ້ອມ ຈັນດາສະຫວ່າງ ເປັນຫົວໜ້າໜ່ວຍງານ ກໍ່ສ້າງຮາກຖານ ແລະ ຮອ ສີທົນ ມະນີວົງສາ ເປັນຮອງໜ່ວຍງານ ກໍ່ສ້າງຮາກາຖານ ກອງກໍ່ສ້າງຮາກຖານ 916.
.jpeg)
ໃນໂອກາດນີ້ ພັອ ລໍາໄພ ຍົດປະໄພ ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຍັງໄດ້ເໜັ້ນໜັກໃຫ້ພະນັກງານແຕ່ລະສະຫາຍສືບຕໍ່ຊີ້ນໍາ-ນໍາພາພະນັກງານຢູ່ຮາກຖານບ້ານມີຄຸນນະພາບໂດຍການເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ກຳແໜ້ນບາດກ້າວຂັ້ນຕອນຕ່າງໆ ໃນການປະຕິບັດວຽກງານກໍ່ສ້າງຮາກຖານເມືອງທີ່ຕິດພັນກັບວຽກງານ 03 ສ້າງ, ສຳລັບຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃຫ້ເອົາໃຈຝືກຝົນຫຼໍ່ຫຼອມຕົນໃຫ້ເປັນພະນັກງານທີ່ມີຄວາມຮູ້ຄວາມສາມາດສ້າງໃຫ້ໄດ້ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ.
