ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ເຂົ້າຮ່ວມຂະບວນການ ປູກຕົ້ນໄມ້

Photoເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ປກສ ຄັ້ງທີ VI, ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມຂະບວນການ ປູກຕົ້ນໄມ້ ຢູ່ທີ່ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ຫ້ອງການກົມໃຫຍ່ການເມືອງ ກະຊວງ ປກສ (ສະໝາມມ້າ) ໃນວັນທີ 30 ພຶດສະພາ 2025 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະທດ, ມີ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດ, ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະປະຈຳພັກ-ຄະນະພັກກະຊວງ, ກົມໃຫຍ່, ຫ້ອງວ່າການ, ກອງບັນຊາການ, ວິທະຍາຄານ, ກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານຫຼັກແຫຼ່ງກະຊວງ ປກສ ເຂົ້າຮ່ວມ.PhotoPhoto

 ການສ້າງຂະບວນການປູກຕົ້ນໄມ້ຄັ້ງນີ້, ນອກຈາກເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລ້ວ, ຍັງເປັນການສ້າງຂະບວນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ປກສ ຄັ້ງທີ VI ແລະ ຈັດຕັ້ງປະຕິບັດແຜນພັດທະນາຂອງຊາດ ໃນການເສີມສ້າງສະພາບແວດລ້ອມໃຫ້ມີຄວາມຍືນຍົງ, ເພີ່ມພື້ນທີ່ສີຂຽວ, ເປັນການປັບປຸງທັດສະນີຍະພາບ ພາຍໃນສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ຫ້ອງການກົມໃຫຍ່ການເມືອງ ກະຊວງ ປກສ ແລະ ເພີ່ມເນື້ອທີ່ປົກຫຸ້ມສີຂຽວກວມອັດຕາໃຫ້ສູງຂຶ້ນ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຂຽວສົດງົດງາມ, ຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດພ້ອມທັງເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນຕຳຫຼວດ ກໍຄືສັງຄົມເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ແລະ ພ້ອມກັນຖະນຸຖະໜອມສິ່ງແວດລ້ອມ ໃຫ້ມີຄວາມສວຍສົດງົດງາມ, ຮັກສາໄດ້ລະບົບວິເວດວິທະຍາໃຫ້ມີຄວາມສົມດູນ, ໂດຍເນັ້ນໃສ່ການຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຢືນຍົງ.PhotoPhotoPhoto