
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ
ວັນທີ 5 ມີຖຸນາ 2025 ນີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18 ພຶດສະພາ 1959-18 ພຶດສະພາ 2025), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24 ພຶດສະພາ 2025) ໃຫ້ກຽດເຂົ້າຮ່ວມ ແລະ ປາຖກຖາ ໂດຍ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາ ຄະນະພັກ, ຄະນະໜ່ວຍພັກຮາກຖານພະແນກ ແລະ ສຳມະຊິກພັກອ້ອມຂ້າງກົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະພິທີ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ກຽດເລົ່າຄືນມູນເຊື້ອວັນວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ໂດຍສ່ອງແສງໃຫ້ເຫັນວ່າ: ການນໍາພາຂອງພັກຖືກຕ້ອງສະຫຼາດສ່ອງໃສ, ໃນຂະບວນການຕໍ່ສູ້ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງ ການຜ່າວົງປິດຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍາຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ ແລະ ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ພ້ອມດ່ຽວກັນນັ້ນ; ຍັງໄດ້ຮັບຟັງການທົບທວນຫວນຄືນວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວສ້າງຊາດ ໃນການຕໍ່ສູ້ທາງການເມືອງ, ການທະຫານ ແລະ ການຕ່າງປະເທດອັນຄ່ອງແຄ້ວຂອງບັນດາຜູ້ນໍາຂອງພັກ, ແນວລາວຮັກຊາດໃນເວລາຖືກຄຸມຂັງ ແລະ ໃນເວລາໂຕນອອກຈາກຄຸກແລ້ວ ເຊິ່ງສະແດງເຖິງນໍ້າໃຈຕໍ່ສູ້ປະຕິວັດທີ່ກ້າແກ່ນເດັດດ່ຽວໜຽວແໜ້ນ ບໍ່ຍອມຈໍານົນຂອງບັນດາຜູ້ນໍາ ແລະ ຍ້ອນການນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ; ຍ້ອນນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້, ຍອມເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນໍາກັນ; ຍ້ອນສາລະວັດທະຫານ ມີນໍ້າໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ, ເຂົາເຈົ້າຍາມໃດກໍມີຄວາມຈົ່ງຮັກພັກດີ, ຊື່ສັດຕໍ່ຜູ້ນໍາສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງໃຫ້ຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຍ່າງອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຢ່າງປອດໄພ.
ການປາຖະກາຖາໃນຄັ້ງນີ້, ເພື່ອເຮັດໃຫ້ຄະພັກ, ຄະນະບັນຊາ ແລະ ພະນັກງານ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບຮູ້, ໄດ້ເຊື່ອມຊຶມກຳແໜ້ນມູນເຊື້ອສອງວັນດັ່ງກ່າວ ເພື່ອນຳມາເປັນພື້ນຖານ ໃຫ້ແກ່ການເຝິກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ,ມີແບບແຜນວິທີເຮັດວຽກກໍຄືການນຳພາ-ບັນຊາວຽກງານທີ່ໄດ້ຮັບການມອບໝາຍຈາກກົມກອງຢ່າງສະຫຼາດສະຫຼຽວ ແລະ ເຮັດສຳເລັດຜົນ, ປຸກລະດົມນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອນ,ຄຽດແຄ້ນຕໍ່ສັດຕູຜູ້ຮຸກຮານເພື່ອປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ໃຫ້ໝັ້ນຄົງ.
ຂ່າວ: ຮອ ພິລະພົົນ ວົງພັກດີ
