ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພົຈວ ແກ່ນຈັນ ພົມມະຈັກ ໃຫ້ສຳພາດໂທລະພາບ ປກສ ເນື່ອງໃນໂອກາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກກະຊວງ ປກສ

ເພື່ອເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງ ປກສ ຄັ້ງທີ 6 ທີ່ຈະໄຂຂຶ້ນໃນມໍ່ໆນີ້, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 10 ກໍລະກົດ2025ວ່າ:ຄະນະພັກ

-ຄະນະບັນຊາ ກົມ 509 ມີຄວາມພ້ອມໃນກະກຽມເນື້ອໃນ-ບຸຄະລາກອນ ແລະ ຂະບວນການດ້ານຕ່າງໆ ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງ ປກສ ຄັ້ງທີ 6 ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ.

ພົຈວ ແກ່ນຈັນ ພົມມະຈັກ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ປກສ ຄັ້ງທີ 6 ທີ່ຈະໄຂຂື້ນໃນມໍ່ໆນີ້ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງໃນຊີວິດການເມືອງເຊິ່ງເປັນຫຼັກການນຳພາ ແລະ ຈັດຕັ້ງຂອງພັກ, ແນ່ໃສເພື່ອປັບປຸງປົວແປງພັກທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີການນຳພາຂອງຄະນະພັກ-ຄະນະນຳກະຊວງປ້ອງກັນຄວາມສະຫງົບໃຫ້ມີຄຸນນະພາບ ສາມາດນຳພາ-ຊີ້ນຳໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ.

ຕໍ່ກັບຜົນງານການນຳພາ-ຊີ້ນຳ ຂອງຄະນະພັກກະຊວງ ປກສ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະພັກ ໄດ້ຕັ້ງໜ້າຫັນເອົາແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງສູນກາງພັກ ກໍ່ຄືຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ມາເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍໃຫ້ນາຍ ແລະ ພົນຕໍາຫຼວດໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ປກສ ຄັ້ງທີ 5 ຜ່ານມາ, ຄະນະພັກ ໄດ້ນຳພາເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ, ນໍາພາເຂົ້າຮ່ວມດໍານີນຊີວິດການເມືອງ ປັບປຸງປົວພາຍໃນພັກ, ກວດກາການຈັດຕັ້ງປະຕິບັດ ມະຕິຕ່າງໆ ໃນແຕ່ລະຂັ້ນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

ປັດຈຸບັນ, ກົມ 509 ໄດ້ສຸມໃສ່ສ້າງຂະບວນການທາງດ້ານວິຊາສະເພາະ ເປັນຕົ້ນແມ່ນ: ການໂອນຖ່າຍສຳເນົາສຳມະໂນຄົວເປັນເອກະສານຂໍ້ມູນເອເລັກໂຕຣນິກໃນຂອບເຂດທົ່ວປະເທດ, ປັດຈຸບັນພົນລະເມືອງລາວມີທັງໝົດ 7.912.394 ຄົນ, ສາ ມາດສັງລວມໃນເບື້ອງຕົ້ນແມ່ນ 6.391.220 ຄົນ ກວມອັດຕາ ສ່ວນ 80.77% ໃນນີ້ 6.391.220 ພົນລະເມືອງຄົບເງື່ອນໄຂການກໍານົດລະຫັດບຸກຄົນ 4.879.526 ຄົນ ກວມເອົາ 76.34%; ໄດ້ລົງເກັບກໍາຂໍ້ມູນນໍາບັນດາການນໍາຂັ້ນສູງ, ການນໍາຢູ່ບັນດາກະຊວງ, ອົງການ ເພື່ອກະກຽມພິມບັດປະຈໍາຕົວດີຈີຕ໊ອນໃນໄວໆນີ້ ໄດ້ 1,626 ສະບັບ ນອກຈາກນັ້ນໄດ້ຊຸກຍູ້ສະມາຊິກຊາວໜຸ່ມ-ແມ່ຍິງ ສ້າງຂະບວນການກິລາ ອອກແຮງ ງານໃຫ້ເປັນຂະບວນຟົດຟື້ນ ໃນມໍ່ໆນີ້ພວກເຮົາມີແຜນການສ້າງກິລາບານເຕະ, ເປຕັງ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 6 ແລະ ວັນສ້າງຕັ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.

ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ປກສ ຄັ້ງທີ 6 ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຮັບ

ປະກັນໄດ້ຜົນສຳເລັດຢ່າງຮອບດ້ານ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ໂດຍການນຳພາ-ຊີ້ນຳກຳລັງ ປກສ ກຸ່ມບ້ານ, ພະນັກ ງານກໍ່ສ້າງຮາກຖານໃນການຄຸ້ມຄອງພົນລະເມືອງ ຂື້ນບັນຊີຄຸ້ມຄອງເປົ້າໝາຍ ແລະ ກວດກາລາດຕະເວນຕາມຈຸດຫຼໍ່ແຫຼມຕ່າງໆ ເພື່ອປະກັນຄວາມສະຫງົບປອດໄພຮອບດ້ານ, ໃນນີ້ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ປະກອບສ່ວນເຂົ້າໃນອະນຸກຳມະການສ້າງຂະບວນການຂອງກະຊວງໃຫ້ເປັນຂະບວນຟົດຟື້ນ.