ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັອ ນາງ ເຂັມຄໍາ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ, ປະທານສະຫະພັນແມ່ຍິງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກ, ມ

ສະຫາຍ ພັອ ນາງ ເຂັມຄໍາ ໄຊຍະເພັດກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດບັ້ນດຳເນີນຊີວິດການເມືອງ ເຊິ່ງສະຫາຍໄດ້ກ່າວວ່າ: ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ກໍ່ເພື່ອສໍາຫຼວດກວດກາ ຕີລາຄ່າ ແບງປະເພດ ໃນການປະຕິບັດຂໍແຂງຂັນ 3 ດີ ໃນນັ້ນມາດຖານ ໃນການຄັດເລືອກບຸກຄົນ 3 ດີ, ໜ່ວຍ,ສະຫະພັນແມ່ຍິງຮາກຖານ 3 ດີ ແລະ ຕົວແບບຕ່າງໆ ແມ່ນໃຫ້ຕິດພັນກັບການກໍ່ສ້າງໜ່ວຍພັກ ກົມກອງປອດໃສ, ເຂັມແຂງໜັກແໜ້ນ, ຕິດພັນກັບຂໍແຂງຂັນ, ຂອງອົງການຈັດຕັ້ງມະຫາຊົນ ໃຫ້ມີເນື້ອໃນເລິກເຊິ່ງໂດຍອີ່ງໃສ່ການຕີລາຄາ, ການຈັດຕັ້ງປະຕິບັດຂໍແຂງຂັນ 3 ດີ ປະຈໍາເດືອນ, ໄຕມາດ ໃນໄລຍະຜ່ານມາເປັນບ່ອນອີ່ງ, ຈາກນັ້ນ ທ່ານ ພັທ ນາງ ທິດາວອນ ແກ້ວມະນີ ໄດ້ຜ່ານຂໍຕົກລົງ ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງ ໜ່ວຍສະຫະພັນແມ່ຍິງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 208/ສຍ,ປກສ ລົງວັນທີ 09ມິຖຸນາ 2025, ຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຫົວໜ້າ, ຮອງໜ່ວຍສະຫະພັນແມ່ຍິງ ທີ່ຂື້ນກັບສະຫະພັນແມ່ຍິງກົມ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບທີ 27/ສຍ,ຄກຖ ລົງວັນທີ 12 ມິຖຸນາ 2025

ຕອນທ້າຍສະຫາຍ ພັອ ນາງ ເຂັມຄໍາ ໄຊຍະເພັດ ຄະນະສະຫະພັນແມ່ຍິງກະຊວງ ປກສ ປະທານສະຫະພັນແມ່ຍິງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມຕໍ່ກອງປະຊຸມ ເພິ່ນໄດ້ເນັນໜັກໃຫ້ ຫົວໜ້າໜ່ວຍ, ຮອງໜ່ວຍ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດວຽກຂອງສະຫະພັນແມ່ຍິງກົມໃຫ້ມີຄວາມເຂັມແຂງ; ໃນບັ້ນດຳເນີນຊີວິດການເມືອງຕີລາຄາຄັດເລືອກປະເພດບຸກຄົນ 3 ດີ ກົມກອງປະຈໍາປີ2025 ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ,  ກະກຽມເຜີຍແຜ່ເຊື່ອມຊຶມວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 70 ປີ