
ກົມ 509 ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ
ໃນຕອນເຊົ້າຂອງວັນທີ 4 ສິງຫາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາເລຂາ, ຄະນະໜ່ວຍພັກ, ອົງການຈັດຕັ້ງຊາວໜຸ່ມ, ຄະນະສະຫະພັນເເມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງກົມເຂົ້າຮ່ວມ.
ໃນພິທີທ່ານພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ປະທານສະຫະພັນແມ່ຍິງກົມ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VIII ໃນວັນທີ 20 ມິຖຸນາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ) ເຊິ່ງກອງປະຊຸມໃຫຍ່ໄດ້ຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງປກສສະໄໝ ທີ VII; ຮັບຮອງເອົາທິດທາງຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງສະຫະພັນແມ່ ຍິງກະຊວງປ້ອງກັນຄວາມສະຫງົບໃນ 05 ປີ ຕໍ່ໜ້າ ( ແຕ່ນີ້ເຖິງ ປີ 2030); ຮັບຮອງເອົາການສະຫຼຸບຕີລາຄາການປະຕິບັດແຜນພັດທະນາແມ່ຍິງກະຊວງ ປກສ ໄລຍະ 05 ປີ (2020-2024) ) ມີ 6 ແຜນງານ 25 ໂຄງການ ແລະ ຄົ້ນຄວ້າວາງແຜນພັດທະນາ 05 ປີ (2025-2030) ເຊິ່ງລວມມີ V ແຜນງານ 19 ໂຄງການ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ; ຮັບຮອງເອົາບົດສໍາຫຼວດການເຄື່ອນໄຫວນຳພາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປກສ ສະໄໝ VII ພ້ອມທັງເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ ຍິງກະຊວງ ປກສ ສະໄໝທີ VIII ຈໍານວນ 19 ສະຫາຍ, ເພື່ອເປັນຜູ້ນໍາພາພະນັກງານ - ສະມາຊິກສະຫະພັນແມ່ຍິງ ກະຊວງ ປກສ,
ຈາກນັ້ນໃນພິທີ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ປາຖະກະຖາເລົ່າຄືນມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພາລະກິດພັດທະນາແມ່ຍິງລາວ.
+ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ທັງນີ້, ເພື່ອເຮັດໃຫ້ເອື້ອຍ-ນ້ອງຍິງ ໃນກຳລັງປ້ອງກັນຄວາມສະຫງົບ ກໍ່ຄືສະຫະພັນແມ່ຍິງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊື່ອມຊຶມກໍາແໜ້ນມູນເຊື້ອແຕ່ລະໄລຍະ ໃນການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງ.
+ ຍາມໃດກໍຖືວ່າ ສະຫະພັນແມ່ຍິງ ເປັນກໍາລັງແຮງອັນສໍາຄັນ ແລະ ໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ມີບົດບາດສູງໃນການເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ, ສຶກສາອົບຮົມນໍາພາແນວຄິດ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກ, ພັດທະນາ ແລະ ສົ່ງເສີມຄວາມກ້າວໜ້າແກ່ແມ່ຍິງຍົກໃຫ້ເຫັນສະພາບການພັດທະນາຂອງແມ່ຍິງບັນດາປະເທດໃນໂລກ ແລະ ພາກພື້ນ ທຽບໃສ່ສະຫະພັນແມ່ຍິງລາວ ເປົ້າໝາຍຢາກປົດປ່ອຍສະຫະພັນແມ່ຍິງ ສ້າງໃຫ້ແມ່ຍິງມີຄວາມເຂັ້ມແຂງເທົ່າທຽມກັບເພດຊາຍ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນ ສືບຕໍ່ສຶກສາຮົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງມີຄວາມໜັກແໜ້ນມີຄູນທາດການເມືອງສູງ, ມິລະບຽບວິໄນເຂັ້ມງວດ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ປະຕິບັດມະຕິ, ຄໍາສັ່ງ, ຂໍ້ຫ້າມຕ່າງໆເພື່ອຫຼຸດຜ່ອນບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສະຫະພັນແມ່ຍິງກົມ, ຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງແມ່ຍິງລາວທີ່ເປັນເອກະລັກ ແລະ ການພັດທະນາຂອງແມ່ຍິງໃຫ້ມີຄວາມກ້າວໜ້າຫັນເປັນທັນສະໄໝ, ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວວາງອອກຢ່າງເຂັ້ມງວດ, ຮູ້ຮັກສາຮີດຄອງປະເພນີອັນດີງາມຂອງແມ່ຍິງລາວບັນດາເຜົ່າ ພ້ອມກັບພັດທະນາຕົວເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນກວ່າເກົ່າ ແລະ ໃຫ້ໃກ້ສິດຕິດແທດກັບມະຫາຊົນຢ່າງກ້ວາງຂວາງ.

