
ຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສ້າງຕ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 47 ປີ
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈັດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສ້າງຕ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນວັນທີ 8 ສິງຫາ 2025 ໂດຍການເຂົ້າຮ່ວມຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາ ຄະນະພັກ ຄະນະບັນຊາກົມ ບັນດາຄະນະພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກົມເຂົ້າຮ່ວມ.

ທ່ານ ພັທ ສີທັດ ຄຳມະນີວົງ ຫົວໜ້າຫ້ອງກົມ ໄດ້ກ່າວວ່າ: ການຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອສ້າງບັນຍາກາດໃຫ້ຟົດຟື້ນມ່ວນຊື່ນສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄົບຮອບ 47 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບໃນວັນທີ 8 ສິງຫາ 2025 ນີ້, ການແຂ່ງຂັນກິລາໃນຄັ້ງນີ້ ນອກຈາກຈະເປັນການສ້າງບັນຍາກາດໃຫ້ເບີກບານມ່ວນຊື່ນເນື່ອງໃນໂອກາດວັນສໍາຄັນຕ່າງໆແລ້ວ ກິລາແມ່ນມີຄວາມສໍາຄັນໃນການເສີມສ້າງກໍາລັງແຮງກາຍ ແລະ ຈິດໃຈ, ສ້າງໄດ້ຄວາມສາມັກຄີເປັນປຶກແຜ່ນທີ່ເປັນມູນເຊື້ອທົ່ວກຳລັງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ການສ້າງຂະບວນການແຂ່ງຂັນກິລາ ປະກອບມີ ການແຂ່ງຂັນກິລາບານເຕາະລະຫວ່າງ ທີມການນຳກົມ ແລະ ພະນັກງານ-ນັກຮົບອ້ອມຂ້າງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ແຂ່ງຂັນກິລາເປຕັງ ຍີງ-ຊາຍ ຊີງຂັນຫົວໜ້າກົມ ມີບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ແລະ ກອງກໍ່ສ້າງຮາກຖານເຂົ້າຮ່ວມແຂ່ງຂັນ.
.jpeg)
.jpeg)
.jpeg)
- ຜົນການແຂ່ງຂັນ ກິລາເປຕັງຊາຍ
- ລາງວັນທີ 1 ພະແນກການເມືອງ
- ລາງວັນທີ 2 ກອງກໍ່ສ້າງຮາກຖານ 919
- ລາງວັນທີ 3 ພະແນກເສນາ
- ລາງວັນຊົມເຊີຍ ພະແນກ ປກສ ບ້ານ
- ຜົນການແຂ່ງຂັນ ກິລາເປຕັງ ຍີງ
- ລາງວັນທີ 1 ພະແນກອາຊີບ-ພາຫະນະພິເສດ
- ລາງວັນທີ 2 ພະແນກການເມືອງ
- ລາງວັນທີ 3 ຫ້ອງການ
- ລາງວັນຊົມເຊີຍ ພະແນກ ປກສ ກຸ່ມບ້ານ