ກອງປະຊຸມຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງວຽກງານຂອງ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢູ່ທ້ອງຖິ່ນ
ໃນທ້າຍອາທິດທີ່ຜ່ານມານີ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງວຽກງານຄຸ້ມຄອງພົນລະເມືຶອງຢູ່ທ້ອງຖິ່ນ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ພົຈວ ນ ລີວົງ ລາວລີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີ ຄະນະພັກ-ຄະນະບັນຊາກົມ, ຄະນະຮັບຜິດຊອບວຽກງານປັບປຸງກົງຈັກການຈັດຕັ້ງ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ແລະ ກົມຄຸ້ມຄອງພົນລະເມືອງ ເຂົ້າຮ່ວມ.
ທ່ານ ພົຈວ ແກ່ນຈັກ ພົມມະຈັກ ໄດ້ຜ່ານບົດລາຍງານຫຍໍ້ ການຈັດຕັ້ງ ປະຕິບັດວຽກງານຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍໃຫ້ຮູ້ເຖິງ ທີ່ຕັ້ງ ແລະ ພາລະບົດບາດຂອງກົມ ພ້ອມທັງວຽກງານວິຊາສະເພາະ ທີ່ໄດ້ສຸມໃສ່ຈັດຕັ້ງ ໂດຍປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບຂະບວນການ 3 ສ້າງ, ສຸມໃສ່ປຸກລະດົມ ຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ປະຕິບັດຕາມແຜນແມ່ບົດສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ທັງເປັນການ ປັບປຸງກໍາປ້ອງກັນຄວາມສະຫງົບຂັ້ນບ້ານ ໃຫ້ນັບມື້ດີຂຶ້ນເປັນຂະບວນກວ້າງຂວາງ, ປະຈຸບັນແມ່ນສຸມໃສ່ ປັບປຸງກາປະທັບ ແລະ ອອກບັດອະນຸຍາດຖືປືນທີ່ສາມາດຄຸ້ມຄອງດ້ວຍລະບົບຄອມພີວເຕີ, ພາຍຫຼັງໄດ້ຮັບອະນຸມັດຈາກກະຊວງ ປກສ ແລະ ລັດຖະບານ. ກຳລັງສຸມໃສ່ຂຶ້ນທະບຽນຄົນລາວທີ່ໄດ້ສົ່ງມາແຕ່ອາເມລິກາ ລວມທັງໝົດ 111/4 ຄົນ ,ສຸມໃສ່ການແກ້ໄຂປະຊາຊົນ ຍົກຍ້າຍມາແບບບໍ່ຖືກຕ້ອງ ຈຳນວນ 88 ຄອບຄົວ, ລວມໄປເຖິງການກະກຽມຄວາມພ້ອມຮອບດ້ານໃນການສໍາຫຼວດພົນລະເມືອງ. ວຽກງານອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ກຳລັງສຸມໃສ່ອອກບັດປະຈໍາຕົວດິຈິຕ໊ອນ ໃຫ້ພົນລະເມືອງລາວ ພ້ອມດຽວກັນນັ້ນ ໄດ້ຫັນປ່ຽນຈາກການພີມບັດຕ່າງດ້າວແບບດັ່ງເດີມ ມາສູ່ການພີມບັດແບບໃໝ່ຕາມໂຄງການຄຸ້ມຄອງພົນລະເມືອງໄລຍະທີ 1.
ພ້ອມນີ້ໃນກອງປະຊຸມ ຍັງໄດ້ມີກນແລກປ່ຽນຄຳຄິດເຫັນ, ປຶກສາຫາລືກ່ຽວກັບການປະສານງານ ລະຫວ່າງສູນກາງຫາທ້ອງຖິ່ນ ແລະ ບຸກຄະລາກອນຕາມໜ້າວຽກຕົວຈິງ ເພື່ອກະກຽມການຝຶກອົບຮົມ. ກະກຽມການຈົດທະບຽນທີ່ຫັນໄປສູ່ຄວາມທັນສະໄໝ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ແລະບາງບັນຫາ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ໃນຕອນທ້າຍຂອງກອງປະຊຸມ ທ່ານ ພົຈວ ນ ລີວົງ ລາວລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເຊິ່ງໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນທຸກຂັ້ນຕອນຂອງການອອກເອກະສານ, ນຳໃຊ້ລະບົບໃຫ້ເກີດປະໂຫຍດສູງສຸດໃນການຮອງຮັບຂໍ້ມູນ ພ້ອມທັງລາຍງານຄວາມຄືບໜ້າຂອງລະບົບ ໃຫ້ຂັ້ນເທິງຮັບຊາບ ເປັນແຕ່ລະໄລຍະ, ໃຫ້ເອົາໃຈໃສ່ຂະບວນການຮັກຊາດ ແລະ ພັດທະນາ, ແຂ່ງຂັນ ແລະ ຍ້ອງຍໍ 5 ປີ ຄັດເລືອກບຸກຄົນດີເດັ່ນ, ຕົວແບບດີເດັ່ນ, ກົມກອງດີເດັ່ນ, ລວມໄປເຖິງການເຕົ້າໂຮມຄວາມສາມັກຄີ, ເນັ້ນໜັ້ກໃຫ້ກຳລັງປະກອບອາວຸດທຸກພາກສ່ວນ ເວົ້າລວມ, ເວົ້້າສະເພາະກຳລັງປ້ອງກັນຄວາມສະຫງົບ ມີຈັນຍາບັນ, ຈັນຍາທຳ ໃນທຸກການປະຕິບັດໜ້າທີ່ວຽກງານ ພ້ອມທັງອວຍໄຊໃຫ້ພອນ ໃຫ້ຄະນະພັກ-ຄະນະບັນຊາກົມ ຕະຫຼອດຮອດພະນັກງານນັກຮຸບ ທຸກຂັ້ນ ຈົ່ງມີສຸຂະພາບແຂງແຮງ ພ້ອມເຮັດທຸກໜ້າທີ່ໃຫ້ສຳເລັດ, ໃນໂອກາດດັ່ງກ່າວນີ້ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຕາງໜ້າຄະນະພັກ-ຄະນະບັນຊາກົມ ມອບກະຕ່າຂອງຂວັນ ແລະ ຫຼຽນເຫຼົ່າຮົບວິຊາສະເພາະ ໃຫ້ ທ່ານ ພົຈວ ນ ລີວົງ ລາວລີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ອນທີ່ຈະລົງໄປຢ້ຽມຢາມ ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວຕື່ມອີກ.