ກົມຄູ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະກາດປັບປຸງກົງຈັກການຈັດຕັ້ງ, ຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນ ນາຍ ແລະ ພົນຕຳຫຼວດ ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ
ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງໃຫ້ນາຍ-ພົນຕໍາຫຼວດເພື່ອປັບປຸງການຈັດຕັ້ງໃຫ້ເຂົ້າສູ່ລະບົບ ມີຄຸນນະພາບ ສາມາດຕອບສະໜອງໜ້າທີການເມືອງໃນແຕ່ລະໄລຍະ ການສັບຊ້ອນມອບໝາຍໜ້າທີໃຫ້ພະນັກງານຫຼັກແຫຼ່ງໃນກົງຈັກແມ່ນຄວາມຮຽກຮ້ອງຕ້ອງການ ເພື່ອຮັບປະກັນໃນການປະຕິບັດໜ້າທີ ການນໍາພາ-ຊີ້ນໍາໃນຂັ້ນຕ່າງໆຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນ ໃນວັນທີ 12 ທັນວາ 2025 ໂດຍການເປັນປະທານຂອງ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມເຂົ້າຮ່ວມ.

ພັອ ນາງ ເຂັມຄຳ ໄຊຍະເພັດ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 5897/ກມປສ, ລົງວັນທີ 24 ພະຈິກ 2025 ວ່າດ້ວຍການ ຍົກຍ້າຍ, ນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຈຳນວນ 09 ສະຫາຍ, ຍີງ 0 ສະຫາຍ ໃນນີ້ໄດ້ໄດ້ຍົກຍ້າຍ ພັທ ລັດດາວີ ມະນີວົງ ຈາກກອງກໍ່ສ້າງຮາກຖານ 913 ໄປຮັບໜ້າທີ່ໃໝ່ຢູ່ ພະ ແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ; ພັທ ອັດສະຈັນ ວົງສາລາດ ຈາກພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ຢູ່ ກອງກໍ່ສ້າງຮາກຖານ 913; ພັທ ອິນ ບຸດພົມ ຈາກກອງກໍ່ສ້າງຮາກຖານ 912 ໄປຮັບໜ້າທີ່ໃໝ່ຢູ່ ພະແນກການເມືອງ. ພັທ ເຕີ້ ສີວຽງໄຊ ຈາກກອງກໍ່ສ້າງຮາກຖານ 914 ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງ ການກົມ; ພັທ ລຳມອນ ລິນຍະວົງສາ ຈາກກອງກໍ່ສ້າງຮາກຖານ 915 ໄປຮັບໜ້າທີ່ໃໝ່ຢູ່ ພະ ແນກເສນາກໍ່ສ້າງຮາກຖານ; ພັທ ອາລິງ ຈັນທະຈິດ ຈາກພະແນກເສນາກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຢູ່ ກອງກໍ່ສ້າງຮາກຖານ 916; ພັທ ສີແກ້ວ ສຸນິວົງ ຈາກກອງກໍ່ສ້າງຮາກຖານ 916 ໄປຮັບໜ້າທີ່ໃໝ່ຢູ່ ກອງ ກໍ່ສ້າງຮາກຖານ 914; ພັທ ວຽງໂຂງ ພົມມະຈັນ ຈາກສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໄປຮັບ ໜ້າທີ່ໃໝ່ຢູ່ ກອງກໍ່ສ້າງຮາກຖານ 912; ພັຕ ລຳພອນ ໄຊຍະວົງ ຈາກພະແນກການເມືອງ ໄປຮັບໜ້າທີ່ໃໝ່ຢູ່ ກອງກໍ່ສ້າງ ຮາກຖານ 915, ພ້ອມທາງຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 5898/ກມປສ, ລົງວັນທີ 24 ພະຈິກ 2025 ວ່າດ້ວຍການ ແຕ່ງຕັ້ງ ນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເປັນຫົວໜ້າ ແລະ ຮອງພະແນກ, ກອງກໍ່ສ້າງຮາກຖານຈຳນວນ 08 ສະຫາຍ, ຍີງ 00 ສະຫາຍ ໃນນີ້ໄດ້ແຕ່ງຕັ້ງ; ຜ່ານຂໍ້ຕົກລົງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 8538/ຄກຖ, ລົງວັນທີ 09 ທັນວາ 2025 ວ່າດ້ວຍການຍົກຍ້າຍ ນາຍຕໍາຫຼວດ ຂັ້ນໜ່ວຍງານຂອງຫ້ອງການກົມ, ບັນດາພະແນກ ທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 07 ສະຫາຍ, ຍີງ 04 ສະຫາຍ ແລະ ຜ່ານຂໍ້ຕົກລົງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 8101/ຄກຖດ ລົງວັນທີ 27 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານຂອງບັນດາພະແນກ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ກອງກໍ່ສ້າງຮາກຖານ ທີ່ຂຶ້ນກັບ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຳນວນ 30 ສະຫາຍ, ຍີງ 10 ສະຫາຍ.

ໃນໂອກາດນີ້ ພົຈວ ແກ່ນຈັນ ພົມມະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການຍົກຍ້າຍ, ແຕ່ງຕັ້ງ ແລະ ສັບຊ້ອນ ໃນຄັ້ງນີ້ ເຊິ່ງມັນສະແດງເຖິງຜົນງານ ແລະ ໄຊຊະນະທີ່ບັນດາສະຫາຍຍາດມາໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸມຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ວຽກງານ ແລະ ຕໍ່ກົມກອງ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕຳຫຼວດທີ່ຕົນຮັບຜິດຊອບ, ເອົາໃຈໃສ່ຈັດຕັ້ງປະຕິບັດເຮັດໜ້າທີ່ວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.