ພິທີ ປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ
ເພື່ອສຶກສາອົບຮົມໃຫ້ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ, ນັບທັງສະມາຊິກພົກຢູ່ຊົນນະບົດ ໃຫ້ຮັບຮູ້ເຂົ້າໃຈ ເຊື່ອມຊຶມເລິກເຊິ່ງທາດແທ້ມູນເຊື້ອອັນດີງາມ ແລະ ຮ່ຳຮຽນຄຸນສົມບັດ ສິນທຳປະຕິວັດສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ໃນທ້າຍອາທິດທີ່ຜ່ານມານີ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025 ) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ໂດຍການເປັນປະທານ ຂອງ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຄະນະພັກ-ຄະນະບັນຊາກົມ, ຫົວໜ້າສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ພະແນກ, ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າຮ່ວມ.

ໃນພີທີ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະ 50 ປີໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດມີການປ່ຽນແປງໃຫຍ່ຫຼວງຮອບດ້ານ,ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນພວກເຮົາສາມາດຮັບປະກັນໃຫ້ປະ ເທດຊາດ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ຄວາມເປັນເອກະລາດ,ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ໝາກຜົນຂອງການປະຕິວັດໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ; ບົດບາດການນໍາພາຂອງພັກໃນແຕ່ລະໄລຍະໄດ້ປັບປຸງໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສະມາຊິກພັກເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ; ມະຫາຊົນຂອງພັກໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕໍ່ເນື່ອງ ຕິດພັນກັບການໂຄສະນາຂົນ ຂວາຍ,ອົບຮົມປູກຈິດສໍານຶກຄວາມເປັນເຈົ້າປະເທດຊາດ, ເປັນເຈົ້າຕົນເອງຂອງປະຊາຊົນ; ປຸກລະດົມເຂົາເຈົ້າເຂົາ ຮ່ວມຂະບວນການແກ້ໄຂຄວາມທຸກຍາກ, ການສ້າງເສດ ຖະກິດຄອບຄົວ ເພື່ອປັບປຸງຍົກລະດັບຊີວິດການເປັນຢູ່, ສົ່ງເສີມການສຶກສາໃຫ້ລູກຫຼານ, ເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ,ປັບປຸງລະບົບການເມືອງ ແລະ ເຂົ້າຮ່ວມການຕ້ານ ແລະ ສະກັດກັ້ນໂລກລະບາດ ກໍຄືເຂົ້າຮ່ວມກິດຈະກຳການເມືອງ ແລະ ສັງຄົມອື່ນໆສ່ວນດ້ານວຽກດີຄົນເດັ່ນ, ຄອບຄົວຕົວແບບ ແລະ ກົມກອງດີເດັ່ນ ກໍນັບມື້ຂະຫຍາຍຕົວກວ້າງຂວາງ,

ຕໍ່ຈາກນັ້ນສະຫາຍ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ ຮອງກົວໜ້າກົມກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກໍ່ໄດ້ເລົ່າຫວນຄືນ ມູນເຊື້ອການເຄື່ອນໄຫວໃນແຕ່ລະໄລຍະຂອງປະທານໄກສອນ ພົມວິຫານ ລະນຶກເຖິງຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ທ່ານປະທານ ໄກ ສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ໃນປີນີ້ ເປັນປີແຫ່ງການສະເຫຼີມສະ ຫຼອງໃຫຍ່ ຄົບຮອບ 105 ປີ; ໃນການນໍາພາພາລະກິດຕໍ່ ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນ ຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ; ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ,ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ຂອງຊາດລາວ,ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ,ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານຂອງສັດຈະວິພາກມາກ- ເລນິນ, ກຳສະພາບຄວາມເປັນຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍຍຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນຢ່າງສຸດຂີດ,ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກໍາລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ,ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ, ນໍາໃຊ້ຍຸດທະສາດ 3 ບາດຄ້ອນ ຍາດເອົາໄຊຊະນະຢ່າງສົມບູນແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ກ້າວໄປເຖິງການລົບລ້າງລະບອບເກົ່າ ແລ້ວສ້າງຕັ້ງລະບອບປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນ ວັນທີ 2 ທັນວາ 1975 ເຊິ່ງແມ່ນວັນແຫ່ງການສ້າງປະເທດລາວ ເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕເອກະພາບ ວັດທະນະຖາວອນ.

ການຈັດຕັ້ງພິທີປາຖະກະຖາຄັ້ງນີ້ ກໍ່ເພື່ອເປັນການໂຄສະນາ, ສຶກສາອົບຮົມໃຫ້ນາຍ ແລະ ພົນຕຳຫຼວດ,ພະນັກງານ-ນັກຮົບຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງຕໍ່ມູນເຊື້ອ ແລະ ໄຊຊະນະປະຫວັດສາດຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ທັງເປັນການເພີ່ມທະວີ ຄົ້ນຄວ້າສຶກສາຮໍ່າຮຽນເອົາມູນເຊື້ອປະຕິວັດ,ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແບບແຜນວິທີເຮັດວຽກ ແນວຄິດຂອງປະທານໄກສອນ ພົມວິຫານ ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ພ້ອມກັນຕີຕ້ານທຸກປະກົດການຫຍໍ້ທໍ້ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ພັກ-ລັດມອບໝາຍໃຫ້.