ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເຊັນບົດບັນທືກຄວາມເຂົ້າໃຈ MOU ລະຫວ່າງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ

Photoໃນວັນທີ່ 12 ທັນວາ 2025 ນີ້, ທີ່ໂຮງແຮມແລນມາກ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້້າໃຈ ການຮ່ວມມືຕໍ່ຍອດການອອກບັດປະຈໍາຕົວດີຈີຕ້ອນ, ສ້າງສູນບໍລິການເຊື່ອມຕໍ່, ແບ່ງປັນຂໍ້ມູນໃນການຢັ້ງຢືນຕົວຕົນຂອງພົນລະເມືອງກັບບັນດາກະຊວງ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເປັນກຽດເຂົ້າຮ່ວມ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ ທະນາຄານ ສົ່ງເສີມກະສິກຳ ຈຳກັດ ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຄະນະກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຄະນະອໍານວຍການທະນາຄານສົ່ງເສີມກະສິກໍາ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

PhotoPhotoເປັນກຽດລົງນາມເຊັນສັນຍາບົດບັນທືກ MOU ໃນຄັ້ງນີ້: ໂດຍທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ພິລາວັນ ສໍພາບມີໄຊ ຜູ້ອໍານວຍການ ທະນາຄານ ສົ່ງເສີມກະສິກຳ ຈຳກັດ, ຈຸດປະສົງລົງນາມບົດບັນທືກ MOU ໃນຄັ້ງນີ້ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບຂອງ ທະນາຄານສົ່ງເສີມກະສິກຳ ເຊື່ອມຕໍ່ໃສ່ກັບລະບົບອອກບັດປະຈຳຕົວດີຈິຕ້ອນ ຂອງກະຊວງປ້ອງກັນຄວາມສະຫງົບ ທີ່ຄຸ້ມຄອງ ແລະ ດໍາເນີນການໂດຍ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເພື່ອແນໃສ່ສ້າງລະບົບນິເວດດ້ານຂໍ້ມູນໃໝ່ທີ່ທັນສະໄໝ ແລະ ສາມາດຕອບສະໜອງລະບົບການຕິດຕາມ, ລາຍງານດ້ານຖານຂໍ້ ມູນພົນລະເມືອງໃຫ້ແກ່ພາກລັດ ໃນຫຼາຍຂົງເຂດວຽກງານ, ໂດຍສະເພາະ ການລົງທະບຽນບຸກຄົນ, ການຮັບປະກັນດ້ານຄວາມປອດໄພ ລວມເຖິງການຕິດຕາມການຄ້າ-ການລົງທຶນຂອງພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ,Photo

 ດ້ວຍການເກັບກຳຂໍ້ມູນ ແລະ ລະດົມແນວຄວາມຄິດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາລະບົບຢັ້ງຢືນຕົວຕົນແບບທັນສະໄໝ ເຊິ່ງມີ 02 ຂົງເຂດຫຼັກໃນການຮ່ວມມືຄື: ສຶກສາຄວາມເປັນໄປໄດ້ກ່ຽວກັບການພັດທະນາ ລະບົບຂອງ ທະນາຄານສົ່ງເສີມກະສິກຳ ເພື່ອເຊື່ອມຕໍ່ ກັບລະບົບອອກບັດປະຈໍາຕົວດີຈິຕ້ອນ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ເກັບກຳຂໍ້ມູນລະດົມແນວຄວາມຄິດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາລະບົບຢັ້ງຢືນຕົວຕົນ ແບບທັນສະໄໝຂອງ ທະນາຄານສົ່ງເສີມກະສິກຳ ທັງນີ້ກໍ່ເພື່ອຊ່ວຍສົ່ງເສີມດ້ານການບໍລິການທາງການເງິນ ແລະ ດີຈິຕ້ອນ ເຊິ່ງຈະຍົກລະດັບການບໍລິການຂອງທະນາຄານ ໃຫ້ສາມາດນໍາໃຊ້ຂໍ້ມູນທີ່ເຊື່ອມຕໍ່ຈາກລະບົບບັດປະຈຳຕົວດີຈິຕ້ອນ ເພື່ອຢັ້ງຢືນ ຕົວຕົນ (e-KYC) ຂອງລູກຄ້າໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີປະສິດທິພາບສູງ, ສາມາດເພີ່ມຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ໂດຍອີງໃສ່ຂໍ້ມູນພື້ນຖານຂອງລັດ ທີ່ຈະຊ່ວຍຫຼຸດຜ່ອນການປອມແປງ ເອກະສານ ແລະ ການສໍ້ໂກງດ້ານການເງິນ, ເຮັດໃຫ້ການເຮັດທຸລະກຳຕ່າງໆ ມີຄວາມປອດໄພຫຼາຍຂຶ້ນ.PhotoPhotoPhoto