ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມ 509 ເນັ້ນໜັກໃຫ້ພະນັກງານທີ່ລົງຈັດຕັ້ງປະຕິບັດຊຸກຍູ້ວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ໋ອນ ຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນ
ວັນທີ 15 ທັນວາ 2025 ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ພະນັກງານທີ່ເຄື່ອນໄຫວຊຸກຍູ້ວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ້ອນ ຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນ ໃນລະຫວ່າງ ວັນທີ 17 ຫາ 26 ທັນວາ 2025, ມີບັນດາຄະນະກົມ, ຮອງກົມ, ກອງເລຂາ ແລະ ພະນັກງານທີ່ຈະລົງປະຕິບັດວຽກງານຕົວຈິງ ໃນການຊຸກຍູ້ວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ້ອນ ຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ໃນໂອກາດນີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງລົງຊຸກຍູ້ວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ໋ອນ ຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ຕິດຕາມຊຸກຍູ້ຊ່ວຍພະນັກງານ ຢູ່ບັນດາກອງບັນຊາການ ປກສ ຂັ້ນແຂວງ, ປກສ ຂັ້ນເມືອງ/ ນະຄອນ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານເກັບກຳຂໍ້ມູນ, ອອກບັດປະຈຳຕົວ ດີຈີຕ້ອນ ຮັບໃຊ້ສັງຄົມ ຢູ່ 17 ແຂວງ 1 ນະຄອນຫຼວງວຽງຈັນ ໃຫ້ໄດ້ຈັດຕັ້ງປະຕິບັດຕົວຈິງ ໂດຍມອບໃຫ້ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວ ເປັນເຈົ້າການໃນການຈັດຕັ້ງປະຕິບັດ; ຜັນຂະຫຍາຍວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ໋ອນ, ພະນັກງານ ປກສ ນະຄອນຫຼວງວຽງຈັນ, ບັນດາ ປກສ ແຂວງ ແລະ ປກສ ເມືອງ/ນະຄອນ ໃນໄລຍະ 3 ປີ (2024-2026) ໃຫ້ເປັນຮູບປະທໍາໃນວຽກງານຕົວຈິງ; ເກັບກໍາຂໍ້ມູນທີ່ຢູ່ອາໄສຂອງພົນລະເມືອງ ແລະ ບັດປະຈໍາຕົວ ເຂົ້າໃນລະບົບຖານຂໍ້ມູນ ເພື່ອກ້າວສູ່ ການຫັນປ່ຽນເປັນດີຈິຕ໋ອນແຫ່ງຊາດ; ແລະ ອອກບັດປະຈໍາຕົວ ດີຈິຕ້ອນ ຮັບໃຊ້ສັງຄົມໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້..jpeg)
ພ້ອມນັ້ນບັນດາສະຫາຍທີ່ຖືກແຕ່ງຕັ້ງລົງລົງຊຸກຍູ້ທີ່ເຄື່ອນໄຫວຊຸກຍູ້ວຽກງານນໍາໃຊ້ໂປຣແກຣມສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ດີຈີຕ້ອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງສຸມໃສ່ເຮັດຫຼ້ອນໜ້າທີ່ຂອງຕົນ, ຕິດຕາມ, ຊຸກຍູ້ ສະຫຼຸບລາຍງານແຕ່ລະມື້ໃຫ້ຂັ້ນເທີງຮັບຊາບຢ່າງເປັນປົກກະຕິ..jpeg)
.jpeg)
