ຄໍາແນະນໍາ ການຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈຳຕົວດີຈີຕ໋ອນ
ຄໍາແນະນໍາ
ການຈົດທະບຽນສໍາມະໂນຄົວ ແລະ ອອກບັດປະຈຳຕົວດີຈິຕ້ອນ
ອີງຕາມ ດຳລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເລກທີ 526/ລບ, ລົງວັນທີ 04/08/2025;
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນ ໄຫວ ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ປກສ, ລົງວັນທີ 03 ພຶດສະພາ 2023;
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ສະບັບເລກທີ 1176/ປກສ ລົງວັນທີ 03 ມິຖຸນາ 2025;
ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຮັບຮອງເອົາຮ່າງ ແບບຟອມເກັບກຳຂໍ້ມູນເຂົ້າໃນລະບົບ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ສະບັບເລກທີ 3538/ປກສ ວັນທີ 16 ທັນວາ 2024.
ເພື່ອຮັບປະກັນຄຸ້ມຄອງພົນລະເມືອງ ແລະ ອອກບັດປະຈຳຕົວດີຈິຕ້ອນ ຖືກຕ້ອງຕາມກົດໝາຍ ແລະ ຫຼັກການວິຊາສະເພາະ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ອອກຄໍາ ແນະນໍາການຈົດທະບຽນສຳມະໂນຄົວ ແລະ ບັດປະຈຳຕົວດີຈິຕ້ອນ ດັ່ງນີ້:
I. ຈຸດປະສົງ
1. ປັບປຸງລະບົບການຈົດທະບຽນ ແລະ ອອກເອກະສານສຳມະໂນຄົວ ໃຫ້ໄດ້ມາດຕະຖານ ຖືກຕ້ອງ ແລະ ທັນສະໄໝ;
2. ສ້າງສູນລວມຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຖືກຕ້ອງ, ຄົບຖ້ວນ, ຊັດເຈນ, ສາມາດປັບປຸງ, ເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນໄດ້;
3. ສົ່ງເສີມການຄຸ້ມຄອງພົນລະເມືອງຢູ່ ສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດພາບ ແລະ ປະສິດທິຜົນ;
4. ປ້ອງກັນການປອມແປງເອກະສານ ແລະ ການນໍາໃຊ້ຂໍ້ມູນຜິດຕໍ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
5. ສ້າງເງື່ອນໄຂ, ອໍານວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດ ໄດ້ຢ່າງງ່າຍດາຍ, ວ່ອງໄວ ແລະ ປະຢັດງົບປະມານ;
6. ພັດທະນາ ແລະ ນໍາໃຊ້ລະບົບຢັ້ງຢືນຕົວຕົນຂອງພົນລະເມືອງໃຫ້ໄດ້ມາດຕະຖານ, ເພີ່ມປະສິດທິພາບໃນ ການບໍລິຫານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນການເຊື່ອມຕໍ່ ແລະ ແລກປ່ຽນຂໍ້ມູນກັບຂະແໜງ ການທີ່ກ່ຽວຂ້ອງ ມີຄວາມປອດໄພສູງສຸດ.
II. ຄາດໝາຍ
1. ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ແມ່ນຖານຂໍ້ມູນ ຖືກຕ້ອງ, ຄົບຖ້ວນ, ຊັດເຈນ, ສາມາດປັບ ປຸງ, ເຊື່ອມຕໍ່, ແບ່ງປັນຂໍ້ມູນກັບບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້;
2.
ອຳນວຍຄວາມສະດວກໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດ, ຫຼຸດຜ່ອນຂັ້ນຕອນປະກອບເອກະສານ, ປະຫຍັດງົບປະມານ, ສະດວກ ແລະ ວ່ອງໄວ;
3. ພົນລະເມືອງທຸກຄົນມີບັດປະຈຳຕົວດີຈິຕ້ອນ ໃຊ້ເພື່ອຢັ້ງຢືນຕົວຕົນ ສະດວກ ແລະ ປອດໄພ.
III. ເນື້ອໃນແນະນໍາ
1. ຂັ້ນຕອນການຈົດທະບຽນສໍາມະໂນຄົວດິຈີຕ້ອນ
1.1 ບຸກຄົນ ແລະ ຄອຍຕົວທີ່ບໍ່ທັນໄດ້ຈົດທະບຽນສຳມະໂນຄົວມາກ່ອນ ແມ່ນໃຫ້ປະກອບເອກະສານຕາມທີ່ ໄດ້ລະບຸໄວ້ ໃນມາດຕາ 15, ໝວດທີ 2 ຂອງຂໍ້ຕົກລົງສະບັບເລກທີ 1176/ປກສ ລົງວັນທີ 3 ມີຖຸນາ 2025;
1.2 ບຸກຄົນ ແລະ ຄອບຄົວທີ່ໄດ້ຈົດທະບຽນສໍາມະໂນຄົວແບບເກົ່າ ແຕ່ບໍ່ທັນໄດ້ໂອນຖ່າຍເອກະສານສໍາເນົາ ມະໂນຄົວມາເປັນເອກະສານເອເລັກໂຕຣນິກ ແມ່ນໃຫ້ເກັບກຳຂໍ້ມູນບຸກຄົນ ຕາມແບບຟອມເກັບກຳຂໍ້ມູນ ບຸກຄົນ (ສຄ 01);
1.3 ການຈົດທະບຽນສໍາມະໂນຄົວໃໝ່, ຍົກຍ້າຍສໍາມະໂນຄົວ, ຈົດທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງບໍ່ມີໜ້າ ຊົ່ວຄາວ ແມ່ນໃຫ້ປະຕິບັດ ດັ່ງນີ້:
1.3.1 ການຈົດທະບຽນສໍາມະໂນຄົວໃໝ່: ເມື່ອພົນລະເມືອງ ມີຈຸດປະສົງຂໍຈົດທະບຽນສໍາມະ ໂນຄົວດີຈິຕ້ອນ ແມ່ນໃຫ້ປະກອບຕາມແບບຟອມ ໃບຄໍາຮ້ອງຂໍປ່ຽນແປງຂໍ້ມູນສໍາມະໂນຄົວ (ສດ 01);
1.3.2
ການຍົກຍ້າຍສໍາມະໂນຄົວ: ເມື່ອພົນລະເມືອງມືຈຸດປະສົງຢາກຍົກຍ້າຍສໍາມະໂນຄົວແມ່ນ ໃຫ້ປະກອບໃບຄໍາຮ້ອງ ຕາມແບບຟອມ ໃບຄຳຮ້ອງຂໍປ່ຽນແປງຂໍ້ມູນສໍາມະໂນຄົວ (ສຄ 01);
1.3.3 ຈົດທະບຽນພັກເຊົາຊົ່ວຄາວ: ເມື່ອພົນລະເມືອງມີຈຸດປະສົງຂໍຈົດທະບຽນພັກເຊົາຊົ່ວຄາວ
ແມ່ນໃຫ້ປະກອບຕາມແບບຟອມ ໃບຄໍາຮ້ອງຂໍປ່ຽນແປງຂໍ້ມູນສໍາມະໂນຄົວ (ສຄ 01):
1.3.4 ການແຈ້ງບໍ່ມີໜ້າຊົ່ວຄາວ: ເມື່ອພົນລະເມືອງມີຈຸດປະສົງ ແຈ້ງບໍ່ມີໜ້າຊົ່ວຄາວ ແມ່ນໃຫ້ ພົນລະເມືອງປະກອບແບບຟອມຕາມ ແບບຟອມ ໃບແຈ້ງບໍ່ມີໜ້າຊົ່ວຄາວ (ສຄ 02):
1.3.5 ບັນດາແບບຟອມດັ່ງກ່າວ ແມ່ນສາມາດໃຫ້ ປະຊາຊົນດາວໂຫລດໄດ້ດ້ວຍຕົວເອງ ຈາກເວັບໄຊ ຂອງ (ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ) https://laocensus.gov.la ຫຼື ເຂົ້າມາ ພົວພັນເອົານຳເຈົ້າໜ້າທີ່ ຢູ່ກອງບັນຊາການ ປກສ ນະຄອນຫຼວງ, ແຂວງ, ເມືອງ, ນະຄອນ ບໍ່ເສຍ ຄ່າ (ຟຣີ);
1.3.6 ແບບຟອມ ສດ 04 ໜັງສືຮັບ-ສົ່ງເອກະສານ: ໃຊ້ສໍາລັບປິ່ນອອກໃຫ້ປະຊາຊົນ ເມື່ອປະຊາຊົນມາ ຈົດທະບຽນສໍາມະໂນຄົວ, ຈົດທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງຄົນບໍ່ມີໜ້າ ຊົ່ວຄາວ ແບບຟອມດັ່ງກ່າວແມ່ນຢູ່ໃນລະບົບ;
1.3.7 ແບບຟອມ ສອ 06 ໜັງສືປະຕິເສດການຮັບ ແລະ ອະນຸມັດເອກະສານ (ໃຊ້ໃນຂັ້ນ ຕອນຂໍຈົດທະບຽນສຳມະໂນຄົວ, ຈົດທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງຄົນບໍ່ມີໜ້າຊົ່ວຄາວ ໃນກໍລະນີເອກະສານບໍ່ຄົບຖ້ວນຕາມເງື່ອນໄຂ ຫຼັງຈາກກອງບັນຊາການ ປກສ ເມືອງ ອະນຸມັດ ການປະຕິເສດແລ້ວ ປິ່ນອອກໃຫ້ປະຊາຊົນ ແບບຟອມດັ່ງກ່າວແມ່ນຢູ່ໃນລະບົບ);
1.3.8 ແບບຟອມ ສດ 07 ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ: ນໍາໃຊ້ເມື່ອພົນລະເມືອງມີຄວາມ ຕ້ອງການ ໜັງສືຢັ້ງຢືນຂໍ້ມູນສໍາມະໂນຄົວ ເຈົ້າໜ້າທີ່ປິ່ນອອກ ເພື່ອໄປຢັ້ງຢືນດໍາເນີນທຸລະກຳ ຕ່າງໆ:
1.3.9
ແບບຟອມ ສອ 08 ໜັງສືແຈ້ງການອະນຸມັດ ແລະ ຍົກເລິກຈົດທະບຽນສໍາໂນຄົວ: ໃຊ້ໃນຂັ້ນຕອນຂໍຈົດທະບຽນສຳມະໂນຄົວ, ຈົດທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງຕົນບໍ່ມີໜ້າ ຊົ່ວຄາວ ໃນກໍລະນີເອກະສານຄົບຖ້ວນຕາມເງື່ອນໄຂ ເພື່ອໃຫ້ກອງບັນຊາການ ປກສ ເມືອງ ອະນຸມັດ, ຫຼັງຈາກທີ່ໄດ້ຮັບອະນຸມັດແລ້ວ ປິ່ນອອກໃຫ້ປະຊາຊົນ ແບບຟອມດັ່ງກ່າວແມ່ນຢູ່ໃນ ລະບົບ;
1.3.10
ແບບຟອມ ສຄ 09 ຂໍ້ຕົກລົງວ່າດ້ວຍການລົບລ້າງສໍາມະໂນຄົວ: ໃຊ້ໃນກໍລະນີຍົກເລີກ ການຈົດທະບຽນສຳມະໂນຄົວ ທີ່ໄດ້ລະບຸໄວ້ໃນມາດຕາ 17, ໝວດທີ 2 ຂອງຂໍ້ຕົກລົງສະບັບ ເລກທີ 1176/ປກສ ລົງວັນທີ 3 ມີຖຸນາ 2025;
1.3.11
ແບບຟອມ ສດ 10 ໜັງສືສະເໜີຢືນຢັນຂໍ້ມູນສໍາມະໂນຄົວ: ນໍາໃຊ້ກໍລະນີຂໍຈົດ ທະບຽນສຳມະໂນຄົວ, ຈົດທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງຄົນບໍ່ມີໜ້າຊົ່ວຄາວ ເພື່ອໃຫ້ກອງ ບັນຊາການ ປກສ ເມືອງ ຕົ້ນທາງ (ບ່ອນຢູ່ເກົ່າ) ຢັ້ງຢືນຂໍ້ມູນບຸກຄົນ ຫຼື ຄອບຄົວ ດໍາເນີນໃນ
ລະບົບ;
1.3.12
ແບບຟອມ ສອ 10 ໜັງສືຢືນຢັນຂໍ້ມູນສາມະໂນຄົວ: ນໍາໃຊ້ຢັ້ງຢືນຕໍ່ກັບການສະເໜີ ຂອງ ປກສ ເມືອງ ປາຍທາງ (ບ່ອນຢູ່ໃໝ່) ຢັ້ງຢືນຂໍ້ມູນບຸກຄົນ ຫຼື ຄອບຄົວ ດໍາເນີນໃນລະບົບ;
1.3.13
ແບບຟອມ ສດ 11 ໜັງສືສະເໜີ: ໃຊ້ໃນຂັ້ນຕອນຂໍຈົດທະບຽນສໍາມະໂນຄົວ, ຈົດ ທະບຽນພັກເຊົາຊົ່ວຄາວ ແລະ ແຈ້ງຄົນບໍ່ມີໜ້າຊົ່ວຄາວ ເພື່ອຂໍທິດຊີ້ນຳຈາກ ກອງບັນຊາການ ປກສ ເມືອງ ນໍາໃຊ້ພາຍໃນກົມກອງ ແບບຟອມດັ່ງກ່າວແມ່ນຢູ່ໃນລະບົບ.
2.
ຂັ້ນຕອນການອອກບັດປະຈໍາຕົວດີຈິຕ້ອນ
2.1 ພົນລະເມືອງຕ້ອງປະກອບຂໍ້ມູນ ຕາມແບບຟອມ ເກັບກຳຂໍ້ມູນບຸກຄົນ ສຄ 01;
2.2 ກວດກາຂໍ້ມູນພົນລະເມືອງທີ່ມີຢູ່ໃນຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຖ້າມີຂໍ້ມູນຖືກຕ້ອງຄົບ ຖ້ວນ ແມ່ນດໍາເນີນອອກບັດຕາມຂັ້ນຕອນ;
2.3 ພິມແບບຟອມເກັບກຳຂໍ້ມູນອອກບັດປະຈຳຕົວດີຈິຕ້ອນ (ບຕ 01) ທີ່ຢູ່ໃນລະບົບ ໃຫ້ປະຊາຊົນກວດກາ ແລະ ລົງລາຍເຊັນຢັ້ງຢືນ;
2.4
ພິມໃບນັດໃຫ້ພົນລະເມືອງ ຕາມແບບຟອມ ໃບນັດ-ຮັບບັດປະຈຳຕົວ (ບດ 02);
2.5 ເຈົ້າໜ້າທີ່ຮັບຜິດຊອບອອກຄຳສັ່ງໃຫ້ໂອນຂໍ້ມູນດັ່ງກ່າວໃຫ້ສູນກາງພິຈາລະນາ ອະນຸມັດສິ່ງພິມບັດປະຈຳ ຕົວດີຈິຕ້ອນ.
IV. ການຈັດຕັ້ງປະຕິບັດ
1. ມອບໃຫ້ພະແນກສໍາມະໂນຄົວລາວ, ສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ແລະ ພະແນກວິຊາ ສະເພາະອື່ນອ້ອມຂ້າງກົມ 509 ຍົກສູງ ຄວາມຮັບຜິດຊອບ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດ ຄໍາແນະ ນໍາສະບັບນີ້ ຢ່າງເຂັ້ມງວດ;
2. ມອບໃຫ້ກອງບັນຊາການ ປກສ ນະຄອນຫຼວງ, ປກສ ແຂວງ ຊີ້ນຳຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງ ຮາກຖານ, ກອງບັນ ຊາການ ປກສ ເມືອງ, ນະຄອນ ເປັນເຈົ້າການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ ມີປະສິດທິຜົນສູງ ແລະ ເປັນເອກະພາຍ ໃນຂອບເຂດທົ່ວປະເທດ;
3.
ຜ່ານການຈັດຕັ້ງປະຕິບັດຕົວຈິງພົບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃຫ້ລາຍງານມາຍັງ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຊາຍໃນແຕ່ລະໄລຍະ.
