ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວດີຈິຕ໋ອນ ຢູ່ແຂວງເຊກອງ.

ການລົງມາຄັ້ງນີ້ໄດ້ລາຍງານຈຸດປະສົງກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສຳມະໂນຄົວ ແລະ ອອກບັດປະຈຳຕົວດີຈິຕ໋ອນ ໃຫ້ທ່ານ ພົຈວ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ເຊກອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ປກສ ແຂວງ ຮັບຮູ້ ແລະ ເຂົ້າໃຈຕໍ່ຽກງານດັ່ງກ່າວ, ພ້ອມທັງລົງຕິດຕາມຄວາມຄືບໜ້າ ກວດກາການປ້ອນຂໍ້ມູນ ແລະ ການບັນທຶກຂໍ້ມູນເຂົ້າໃນລະບົບດີຈີຕອນ, ຊຸກຍູ້ໃຫ້ການຄຸ້ມຄອງພົນລະເມືອງມີຄວາມຊັດເຈນ, ວ່ອງໄວ ແກ້ໄຂບັນຫາຂໍ້ຄົງຄ້າງ ແລະ ອຸປະສັກໃນການປະຕິບັດຕົວຈິງ ພ້ອມທັງວາງທິດທາງແກ້ໄຂໃຫ້ທັນການ.

ໃນໂອກາດນີ້, ທ່ານ ພັອ ສົມສະນິດ ຈັນທະວົງ ຍັງໄດ້ລົງກາດກາ ຢູ່ກອງບັນຊາການ ປກສ ເມືອງລະມາມ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ພະນັກງານວິຊາສະເພາະ ເອົາໃຈໃສ່ກວດກາຂໍ້ມູນໃຫ້ລະອຽດກ່ອນປ້ອນເຂົ້າລະບົບ ເພື່ອຫຼີກເວັ້ນຄວາມຜິດພາດໃນໄລຍະຍາວ, ເພີ່ມທະວີການປະສານງານລະຫວ່າງ ຂັ້ນແຂວງ, ຂັ້ນເມືອງ ໃຫ້ກົມກຽວກັນ, ການຫັນເປັນອີເລັກໂຕຣນິກ ແມ່ນບາດກ້າວສຳຄັນໃນການຫັນເປັນທັນສະໄໝ ຂອງກຳລັງປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ການຄຸ້ມຄອງສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.