ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມການລົງແນະນໍາ, ທ້ອນໂຮມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ

 

ໃນວັນທີ 30 ທັນວາ 2025 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມແນະນໍາ ທ້ອນໂຮມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ໂດຍການເປັນປະທານໂດຍທ່ານ ພັອ ທອງຂັນ  ສີສຸພັນທອງ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ມີ ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ມີຫົວໜ້າຫ້ອງການ ຮອງພະແນກ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ສີທັດ ຄໍາມະນີວົງ ຫົວໜ້າຫ້ອງການກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດລາຍງານໃນໄລຍະຜ່ານມາວ່າ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເອົາໃຈໃສ່ ໃນການປັບປຸງວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ໃຫ້ເຂົ້າສູ່ລະບົບການຄຸ້ມຄອງເອກະສານຂາເຂົ້າ - ຂາອອກ ແລະ ເກັບມ້ຽນສໍານວນ-ສໍາເນົາເອກະສານ ເຊິ່ງກອງປະຊຸມໃນຄັ້ງນີ້ກໍເພື່ອເປັນການສັງເກດຕີລາຄາຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຫ້ອງການ ສູນຄຸ້ມຄອງພົນລະເມືອງ ແລະ ບັນດາພະແນກທີ່ກ່ຽວຂ້ອງແນ່ໃສ່ຊອກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຈຸດອ່ອນ ເພື່ອມີວິທີແກ້ໄຂໃນຕໍ່ໜ້າ. ຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລືອອກຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນກ່ຽວກັບການທ້ອນໂຮມໄຈ້ແຍກຊັບຊ້ອນເອກະສານຈາກລະບົບ, ກໍານົດຄຸນຄ່າຂຶ້ນສະຖິຕິ ສ້າງສໍານວນສໍາເນົາເກັບ ມ້ຽນເອກະສານ ວຽກງານປົກປັກຮັກສາເອກະສານ ແລະ ການທຳລາຍເອກະສານທີ່ໝົດຄຸນຄ່າເພື່ອໃຫ້ມີຄວາມເປັນເອກະພາບການທົ່ວກໍາລັງປ້ອງກັນຄວາມສະຫງົບ.

ພ້ອມນີ້ ທ່ານ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ  ແລະ ກໍ່ສ້າງຮາກຖານກໍຍັງໄດ້ຮຽກຮ້ອງບັນດານາຍ ແລະ ພົນຕໍາຫຼວດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມຮັບຟັງການແນະນໍາອະທິບາຍຂອງຄະນະຮັບຜິດຊອບທີ່ມາຈາກຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບເພື່ອສ້າງໄດ້ຄວາມຮັບຮູ້ອັນທີ່ແນ່ນອນໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງສຸດ.