ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມອບຮັບໜ້າທີ່ລະຫວ່າງຫົວໜ້າພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ ກັບ ຫົວໜ້າ ກອງກໍ່ສ້າງຮາກຖານ 913

Photoອີງຕາມ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ5897/ກມປສ, ລົງວັນທີ 24 ພະຈິກ 2025; ໃນຕອນບ່າຍຂອງວັນທີ 11 ມີນາ 2025 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ກັບ ກອງກໍ່ສ້າງຮາກຖານ 913 ທີ່ຂື້ນກັບກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງ ພັທ ອັດສະຈັນ ວົງສາລາດ ຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ (ຜູ້ເກົ່າ) ແລະ ພັທ ລັດດາວີ ມະນີວົງ ຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ (ຜູ້ໃໝ່)ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພະແນກອ້ອມຂ້າງກົມເຂົ້າຮ່ວມ.

Photoໃນພິທີ ພັທ ອັດສະຈັນ ວົງສາລາດ ຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບຫຍໍ້ໃນການນຳພາ-ຊີ້ນຳວຽກງານຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງເປັນຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ, ພ້ອມທັງກ່າວມອບໜ້າທີ່ ໃນໄລຍະຜ່ານມາໄດ້ເຮັດວຽກສືກສາອົບຮົມການເມືອງແນວຄິດໃຫ້ສຳມະຊິກພັກ, ນາຍແລະ ພົນຕຳຫຼວດ ປະຕິບັດລະບຽບວິໄນຂອງກົມກອງ, ຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ; ໄດ້ປະສານສົມທົບຊີ້ນໍາວຽກງານວິຊາສະເພາະ ແລະ ຄຸ້ມຄອງມະຫາພາກຕາມສາຍຕັ້ງຢູ່ ບັນດາແຂວງໃຫ້ເອົາໃຈໃສ່ຕິດຕາມ - ກວດກາການປ້ອນຂໍ້ມູນອອກບັດປະຈໍາຕົວເອເລັກໂຕຣນິກໃນຂອບເຂດທົ່ວ ປະເທດ ແກ້ໄຂບັດຜູ້ທີ່ມີຄວາມຈຳເປັນ ແລະ ພິມບັດຕ່າງດ້າວ; ໄດ້ແກ້ໄຂບັດ (ສີຂຽວ) ໃຫ້ປະຊາຊົນ ແລະ ນັກກິລາບານເຕະຍິງ ແລະ ຊາຍ U17 ມີ 12 ແຂວງ, ຈໍານວນ 321 ບົດຍິງ 129 ບັດ; ແກ້ໄຂບັດຕໍ່ ສີຂຽວໃຫ້ຜູ້ມີຄວາມຈໍາເປັນ ຈໍານວນ 403/187 ບັດ; ແກ້ໄຂບັດຕໍ່ໃຫ້ຄອບຄົວການນໍາໄດ້ທັງໝົດ 31 ບັດ, ຍິງ 17 ບັດ; ພິມບັດປະຈໍາຕົວຄົນຕ່າງດ້າວ (ສີເຫຼືອງ) ໄດ້ທັງໝົດ 289 ບັດ, ຍິງ 168 ບັດ; ລົງເກັບກຳຂໍ້ມູນ ແລະ ເອົາລາຍນິ້ວມືຄົນເຊື້ອຊາດລາວ, ບໍ່ມີສັນຊາດຈໍານວນ 209/12 ຄົນ; ພິມບັດຄົນເຊື້ອຊາດລາວ, ບໍ່ມີສັນຊາດ ຈໍານວນ 209/12 ບັດ; ມອບຮັບຄົນເຊື້ອຊາດລາວ, ບໍ່ມີສັນຊາດ; ໃຫ້ຍາດພີ່ນ້ອງມາຄໍ້າປະກັນໄປດຳລົງຊີວິດຢູ່ນໍາຈໍານວນ 209/12ຄົນ, ໃນຕໍ່ໜ້າຈະໄດ້ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ ແລະ ມີ ສະຕິຕໍ່ການຈັດຕັ້ງລະບຽບວິໄນເຂັ້ມງວດ ປະຕິບັດຕາມມະຕິຄໍາສັ່ງຂອງຂັ້ນເທິງວາງອອກ, ສືບຕໍ່ເຂົ້າຮ່ວມໂຄງການຄຸ້ມຄອງພົນລະເມືອງ ຂອງສສຫວຽດນາມ, ສືບຕໍ່ສົມທົບກັບສູນຂໍ້ມູນພົນລະເມືອງແຈກຢາຍບັດດີຈິຕ້ອນໃຫ້ແກ່ແຕ່ລະແຂວງ, ສືບຕໍ່ປັບປຸງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ ສະບັບເລກທີ 1861/ກມປກສ, ລົງວັນທີ 09 ກໍລະກົດ 2018 ສະບັບປັບປຸງ.PhotoPhoto

ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກມອບ – ຮັບ ໜ້າທີ່ຢ່າງເປັນທາງການ ໂດຍມີ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາຄະນະພະແນກອ້ອມຂ້າງກົມຮ່ວມເປັນສັກຂີພິຍານ

Photoໃນຕອນທ້າຍຂອງພິທີ ພັອ ສີບຸນເຮືອງ ໄຊຍະເພັດ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເໜັ້ນໜັກໃຫ້ເອົາໃຈໃສ່ນຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນບັນຫາສຳຄັນຕົ້ນຕໍ ແລະ ເຮັດຢ່າງຕໍ່ເນື່ອງ, ປັບປຸງການນຳພາ, ແບບແຜນວິທີເຮັດວຽກຂອງຄະນະພັກ,ຄະນະບັນຊາ, ເພີ່ມທະວີປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເຂັ້ມແຂງ, ໜັກແໜ້ນເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງໃນການນຳພາ-ຊີ້ນຳ ວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບPhotoPhoto