ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ອວຍພອນ ທ່ານ ຮອງ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
.jpeg)
ວັນທີ 31 ທັນວາ 2025 ນີ້, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ນໍາພາໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂັວນເຂົ້າຢ້ຽມຂໍ່ານັບພ້ອມທັງອວຍພອນ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນ 2026 ທີ່ໃກ້ຈະມາຮອດນີ້.
.jpeg)
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ແລະ ສະຫງ່າລາສີນີ້, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ພ້ອມອວຍພອນໄຊອັນປະເສີດມາຍັງ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ, ຄະນະນໍາຂອງກະຊວງປ້ອງກັນຄວາມສະຫງົບ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ, ມີຜົນສໍາເລັດໃນໜ້າທີ່ການເມືອງຕາມການມອບໝາຍ.