ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ
ອີງຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ ໃນຂອບເຂດທົ່ວປະເທດ ສະບັບເລກທີ 659/ປກສ, ລົງວັນທີ 12 ເມສາ 2019. ໃນວັນທີ 14 ມັງກອນ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ ແຕ່ປີ 2021-2025 ແລະ ທິດທາງແຜນການ ແຕ່ປີ 2026-2030. ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຄະນະພັກ-ຄະນະບັນຊາກົມ, ສູນຂໍ້ມູນພົນລະເມືອງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາ ປກສ ແຂວງ 6 ແຂວງ, ພ້ອມທັງບັນດາ ກອງກໍ່ສ້າງຮາກຖານການເມືອງ 11 ກອງ ເຂົ້າຮ່ວມ.
ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ ແລະ ທິດທາງແຜນການ ໄດ້ໃຫ້ຮູ້ວ່າ ໃນໄລຍະຜ່ານມາພວກເຮົາແມ່ນໄດ້ຖືເອົາວຽກງານການເມືອງນຳພາແນວຄິດໃຫ້ກັບປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກໃນໄລຍະໃໝ່, ໄລຍະ 5 ປີ ຜ່ານມາລະບົບການເມືອງຢູ່ຮາກຖານ ແມ່ນໄດ້ຮັບການປັບປຸງໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມໜັກແໜ້ນເຂັ້ມແຂງຫຼາຍດ້ານ. ດ້ານວຽກງານວິຊາສະເພາະກໍ່ໄດ້ມີການຄົ້ນຄວ້າ ເກັບກຳຂໍ້ມູນ, ຕີລາຄາສະພາບ,ກຳນົດພະນັກງານ ມີຄວາມເປັນເອກະພາບກັນ ດ້ານຫຼັກການ, ລະບຽບການ ກັບການນຳຂອງແຂວງ, ນະຄອນຫຼວງ, ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານແມ່ນດຳເນີນໄປຄຽງຄູ່ກັບວຽກງານວິຊາສະເພາະ ໂດຍປະຕິບັດຕາມ 04 ເນື້ອໃນ 04 ຄາດໝາຍ, ຕາມ 3 ທິດ, ລົງເລິກ 4 ກຸ່ມວຽກ ຕິດພັນກັບວຽກງານ 03 ສ້າງ ເຊິ່ງເປັນບຸລິມະສິດຂອງກະຊວງປ້ອງກັນຄວາມສະຫງົບທີ່ໄດ້ກຳນົດໃຫ້ໄດ້ຮັບໝາກຜົນດີຂຶ້້ນກວ່າເກົ່າ, ຂົງເຂດຕົວເມືອງໃຫຍ່ ແລະ ຂົງເຂດເມືອງເມືອງຊົນນະບົດຫ່າງໄກຊອກຫຼີກແມ່ນການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ໜໍ່ແໜງຄວາມບໍ່ສະຫງົບໃນສັງຄົມ, ສຸມໃສ່ປັບປຸງສຳມະໂນຄົວສຳເລັດໂດຍພື້ນຖານ, ໄດ້ເກັບກຳສະຖິຕິ ການເໜັງຕີງຂອງພົນລະເມືອງ ຄົນຫຼຸດ, ຄົນເພີ່ມ, ຄົນພັກເຊົາຊົ່ວຄາວ, ມີໜ້າຊົ່ວຄາວ ແລະ ບໍ່ມີໜ້າຊົ່ວຄາວ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອອກບັດປະຈຳຕົວໃຫ້ ປະຊາຊົນ 637,371 ຄົນ, ຍິງ 341,735 ຄົນ, ສະເພາະນະຄອນຫຼວງວຽງຈັນ 268,241 ຄົນ, ຍິງ 148,754 ຄົນ. ນອກຈາກນີ້ ວຽກງານຄຸ້ມຄອງອາຊີບ-ພາຫະນະພິເສດ ໄດ້ກວດກາຂຶ້້ນບັນຊີຄຸ້ມຄອງໂຮງແຮມ 300 ແຫ່ງ, ເຮືອນພັກ 452 ແຫ່ງ, ເຮືອນໃຫ້ເຊົ່າຈຳນວນ 2,940 ຫຼັງ, ຫ້ອງແຖວ 7,474 ແຫ່ງ, ຮ້ານບັນເທີງ 338 ຮ້ານ, ຮ້ານຄາລາໂອເກະ 70 ຮ້ານ, ຮ້ານອັດເອກະສານ 229 ຮ້ານ, ຮ້ານຊື້ຂາຍເຫຼັກເສດຂອງຄົນລາວ-ຄົນຕ່າງປະເທດ 335 ຮ້ານ, ຮ້ານເກມອິນເຕີເນັດ 433 ຮ້ານ, ຮ້ານອົບນວດ 203 ຮ້ານ ແລະ ອຶ່ນໆ. ພ້ອມທັງສຸມໃສ່ເກັບກູ້ອາວຸດລ່າເນຶ້ອ, ອາວຸດເສິກ ຕາມຄຳສັ່ງເລກທີ 11/ນຍ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ວຽກງານຕ້ານ-ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ເຊັ່ນ: ຂີ້ລັກ, ງັດແງະ, ຕິດພັນກັບວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ໃນນັ້ນມີປະກົດການຫຍໍ້ທໍ້ເກີດຂຶ້ໜທັງໝົດ 11,616 ຄັ້ງ