ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທ່ານ ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນັ້ນໃຫ້ພະນັກງານກໍ່ສ້າງຮາກຖານ ຕ້ອງເປັນແບບຢ່າງທີ່ດີໃນທຸກດ້ານ

ວຽກງານກໍ່ສ້າງຮາກຖານການເມືອງ ແມ່ນວຽກງານຍຸດທະສາດພື້ນຖານ ແລະ ໄດ້ກາຍເປັນຂົວຕໍ່ອັນສຳຄັນລະຫວ່າງ ພັກ-ລັດ ກັບ ພໍ່ແມ່ປະຊາຊົນບັນດາເຜົ່າ, ການຫັນພະນັກງານລົງສູ່ຮາກຖານ ແມ່ນການສ້າງໂອກາດໃຫ້ພະນັກງານໄດ້ຫຼ່ໍຫຼອມຕົນເອງໃນຂະບວນການຕົວຈິງ, ເພື່ອຮັບຟັງສຽງຮຽກຮ້ອງຕ້ອງການ ແລະ ແກ້ໄຂບັນຫາຊີ ວິດການເປັນຢູ່ຂອງມະຫາຊົນຢ່າງທັນການ, ຄວາມເຂັ້ມແຂງຂອງປະເທດຊາດ ຕ້ອງເລີ່ມຕົ້ນຈາກຄວາມໜັກແໜ້ນຂອງຮາກຖານບ້ານ, ກຸ່ມບ້ານ ເຊິ່ງເປັນປ້ອມປາການ ອັນສັກສິດໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ.

ໃນໂອກາດທີ່ ພົຈວ ຄອນສະຫວັນ ສົມພາໄຊ ກຳມະກຳສູນກາງພັກ ຮອງລັດກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ 2021- 2025 ແລະ ທິດທາງແຜນການ ປີ 2026-2030 ທ່ານ ໄດ້ໂອ້ລົມຕໍ່ພິທີ ແລະ ເນັ້ນ ໃຫ້ຜູ້ເຂົ້າ ຮ່ວມກອງປະຊຸມ ຫຼາຍບັນຫາສໍາຄັນ ໂດຍສະເພາະ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານ ໃຫ້ຖືສໍາຄັນການເລືອກເຟັ້ນພະ ນັກງານທີ່ຕິດພັນກັບພະນັກງານຂອງພັກຂອງລັດ, ຫ້າມ ສົ່ງພະນັກງານເສຍທາດຂາດຄຸນ,ສວຍໃຊ້ຜົນປະໂຫຍດຫາໂອກາດລົງສູ່ຮາກຖານ ແລະ ພະນັກງານກ່ອນລົງກໍ່ສ້າງຮາກຖານພວກເຮົາ ຕ້ອງໄດ້ມີການຝຶກອົບຮົມເຖິງແມ່ນພະນັກງານໃໝ່ ກໍຕ້ອງໄດ້ມີການຝຶກອົບຮົມ ເພື່ອໃຫ້ເຂົາ ເຈົ້າໄດ້ບົດຮຽນ, ມີບົດຮຽນ ທີ່ສໍາຄັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕ້ອງເປັນແບບຢ່າງທີ່ດີ ເປັນພະນັກ ງານທີ່ດີທີ່ສຸດ ບໍ່ວ່າທາງດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທຳຕ່າງໆ ແລະ ແບບແຜນການດຳລົງຊີວິດຕ້ອງປອດໃສ, ຖືຜົນປະໂຫຍດລວມ ຂອງປະເທດຊາດຂອງປະ ຊາຊົນ ເໜືອຜົນປະໂຫຍດຕົວເອງ ແລະ ຄຽງຄູ່ກັນນັ້ນ,ກໍຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ອົງການປົກ ຄອງໃນແຕ່ລະບ່ອນຕະຫຼອດຮອດປະຊາຊົນໃຫ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບ ແລະ ປະ ຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເວົ້າລວມແມ່ນເອົາວຽກງານແນວຄິດສອດຫ້ອຍເຂົ້າໄປໃນທຸກວຽກງານຂົງ ເຂດວຽກງານໄປຮອດປະຊາຊົນຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຮູ້ໄດ້ສິດໜ້າທີ່ຂອງຕົນເອງ.

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ໄລຍະ 5 ປີ 2021-2025 ແລະ ທິດທາງແຜນການປີ 2026-2030 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15 ມັງ ກອນ 2026 ໄດ້ສະຫຼຸບຖອດຖອນບົດຮຽນ, ຕີລາຄາຄືນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະ 5 ປີ ຜ່ານມາ ແລະ ກຳນົດທິດທາງແຜນ ການໃນ 5 ປີຕໍ່ໜ້າ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາຄິດເຫັນກ່ຽວກັບວຽກງານວິຊາສະ ເພາະທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເປັນປະທານໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງ ກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະກົມ, ຕາງ ໜ້າກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ, ກອງບັນຊາ ການ ປກສ ນະຄອນຫຼວງ, ປກສ ແຂວງ, ປກສ ເມືອງ ພ້ອມດ້ວຍພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.