ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ອວຍພອນ ພົຈວ ນາງ ລີວົງ ລາວລີ
ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ອວຍພອນ ພົຈວ ນາງ ລີວົງ ລາວລີ
ວັນທີ 16 ມັງກອນ 2026 ນີ້, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ນໍາພາໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂັວນເຂົ້າຂໍ່ານັບຢ້ຽມຢາມ ພ້ອມທັງອວຍພອນ

ພົຈວ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກຳມະການສູນກາງພັກ ເນື່ອງໃນໂອກາດຂຳ່ນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເນື່ອງໃນໂອກາດປີໃໝ່ສາກົນ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ແລະ ສະຫງ່າລາສີນີ້, ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ພ້ອມອວຍພອນໄຊອັນປະເສີດມາຍັງ ພົຈວ ນາງ ລີວົງ ລາວລີ ພ້ອມດ້ວຍຄະນະພັກ, ຄະນະນໍາຂອງກະຊວງປ້ອງກັນຄວາມສະຫງົບ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ, ມີຜົນສໍາເລັດໃນໜ້າທີ່ການເມືອງຕາມການມອບໝາຍ.