ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ນັກສຳມະນາກອນ ກົມ509 ສຳເລັດການຝຶກອົບຮົມວຽກງານສື່ມວນຊົນ

ນັກສຳມະນາກອນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ຈຳນວນ 31 ສະຫາຍ ໄດ້ສໍາເລັດການຝຶກອົບຮົມວຽກງານສື່ມວນຊົນ, ໃນວັນທີ 22 ມັງກອນ 2026, ເປັນກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນຄະນະພັກ, ຄະນະບັນຊາ, ຄະນະຄູ-ອາຈານຈາກກົມສື່ມວນຊົນເຂົ້າຮ່ວມ.

ພັອ ສົມສະນິດ ຈັນທະວົງ ກ່າວວ່າ: ໂດຍປະຕິບັດຕາມແຜນການຝຶກອົບຮົມວຽກງານສື່ມວນຊົນ ໃຫ້ບັນດາພະແນກກອງກໍ່ສ້າງຮາກຖານ ກົມ 509 ເພື່ອຍົກສູງຄວາມຮູ້-ຄວາມສາມາດຂອງພະນັກງານໃນການເຜີຍແຜ່ເຊື່ອມຊຶມໂຄສະນາຂ່າວສານ ໃຫ້ເປັນເອກະພາບໃນດ້ານຫຼັການ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບເງື່ອນໄຂໃໝ່ ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງ.

ການຝຶກອົບຮົມໃນໄລຍະ 3 ວັນ, ນັກສຳມະນາກອນ ຈໍານວນ 31 ສະຫາຍ ໄດ້ຮຽນຮູ້ດ້ານເນື້ອໃນ ໂດຍຮັບຟັງການກ່າວເປີດພິທີຈາກທ່ານຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງວຽກງານສື່ມວນຊົນໃນການຂຽນຂ່າວ, ອອກຂ່າວ ແລະ ຕອບໂຕ້ບັນຫາຕ່າງໆ, ຮັບຟັງການບັນຍາຍເອກະສານຕ່າງໆຂອງວິທະຍາກອນຈາກກົມສື່ມວນຊົນ ເຊິ່ງມີບັນດາຫົວຂໍ້ ຄື: ຫຼັກການພື້ນຖານກ່ຽວກັບການຂຽນຂ່າວ, ເກັບກຳຂໍ້ມູນ ແລະ ນໍາໃຊ້ກ້ອງ; ຝຶກຂຽນຂ່າວຕົວຈິງ ແລະ ຖ່າຍພາບນຶ່ງ; ທິດສະດີການນໍາໃຊ້ກ້ອງວີດີໂອຖ່າຍທຳ, ຕັດຕໍ່, ລົງໂປຼແກຼມຕັດຕໍ່.

ພ້ອມດຽວກັນນີ້, ວິທະຍາກອນ ໄດ້ກວດກາການຖ່າຍທຳ, ການຂຽນຂ່າວຕົວຈິງທີ່ໄປສຳພາດການອອກບັດ ໂດຍໃຫ້ນັກສຳມະນາກອນນໍາສະເໜີຂ່າວທີ່ຕົນເອງຂຽນ ແລະ ສົນທະນາແລກປ່ຽນຄໍາຄິດເຫັນກ່ຽວກັບການຂຽນຂ່າວ, ຖ່າຍຮູບ, ຖ່າຍວິດີໂອ, ບັນນາທິການສັງລວມຄໍາເຫັນ.

ຜ່ານການຝຶກອົບຮົມ ເຫັນວ່ານັກສຳມະນາກອນແມ່ນມີຄວາມຕັ້ງໃຈຮັບຟັງການບັນລະຍາຍເອກະສານ, ກ້າສະແດງຄວາມຄິດເຫັນແລກປ່ຽນບົດຮຽນຢ່າງຈິງຈັງ, ເລິກເຊິ່ງກົງໄປກົງມາ ແລະ ປະຕິບັດໂມງເວລາຂຶ້ນຫ້ອງໄດ້ດີ.

ໃນໂອກາດນີ້, ພັອ ສົມສະນິດ ຈັນທະວົງ ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຈຳນວນ 31 ສະຫາຍ ເພື່ອຢັ້ງຢືນເຖິງຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້.