ກົມ509ຈັດພິທີປະກາດຖອນ ແລະ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ
ໃນວັນ 23 ມັງກອນ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປະກາດຖອນພະນັກງານ ແລະ ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ໂດຍການເປັນປະທານຂອງ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະບັນຊາ, ຫ້ອງການ, ສູນຂໍ້ມູນພົນລະເມືອງ, ບັນດາພະແນກ, ຮອງພະແນກ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ໃນພິທີ

ທ່ານ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ, ເລຂາໜ່ວຍພັກຮາກຖານ, ຫົວໜ້າແນກການເມືອງໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນນາຍຕຳຫຼວດ ຢູ່ບັນດາກອງກໍ່ສ້າງຮາກຖານການເມືອງ, ສະບັບເລກທີ 3741/ປກສ, ລົງວັນທີ 29 ທັນວາ 2025 ຈຳນວນ 106 ສະຫາຍ; ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດລົງກໍ່ສ້າງຮາກຖານການເມືອງ ສະບັບເລກທີ 3742/ປກສ, ລົງວັນທີ 29 ທັນວາ 2025 ຈໍານວນ 64 ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການສັບຊ້ອນ ນາຍຕຳຫຼວດ ທີ່ສໍາເລັດການກໍ່ສ້າງຮາກຖານການເມືອງທີ່ຂຶ້ນກັບກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 302, 303, 304, 305, 306, 307, 308, 309, 310, 311, 312, 313, 314, 315, 316, 317, 318, 319, 320 ລົງວັນທີ 21 ມັງກອນ 2026 ຈໍານວນ 58 ສະຫາຍ ໃຫ້ບັນດາກົມໃຫຍ່, ກົມ, ວິທະຍາຄານ ແລະ ກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ ໃນນີ້ມີ ຫ້ອງການເມືອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ 4 ສະຫາຍ, ກົມໃຫຍ່ສັນຕິບານ 1 ສະຫາຍ, ກົມໃຫຍ່ຕຳຫຼວດ 8 ສະຫາຍ, ກົມໃຫຍ່ພາລາທິການ 1 ສະຫາຍ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ 1 ສະຫາຍ, ວິທະຍາຄານຕຳຫຼວດປະຊາຊົນ 1 ສະຫາຍ, ກອງບັນຊາການປ້ອງກັນເຄື່ອນທີ່ 1 ສະຫາຍ, ກອງບັນຊາການປ້ອງກັນທີ່ຕັ້ງ 1 ສະຫາຍ, ກົມຕຳຫຼວດຄຸມຂັງ-ດັດສ້າງ 3 ສະຫາຍ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ 16 ສະຫາຍ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ 3 ສະຫາຍ, ກອງບັນຊາການ ປກສ ແຂວງສາລະວັນ 1 ສະຫາຍ, ກອງບັນຊາການ ປກສ ແຂວງຄຳມ່ວນ 5 ສະຫາຍ, ກອງບັນຊາການ ປກສ ແຂວງວຽງຈັນ 4 ສະຫາຍ, ກອງບັນຊາການ ປກສ ແຂວງບໍລິຄຳໄຊ 2 ສະຫາຍ, ກອງບັນຊາການ ປກສ ແຂວງອຸດົມໄຊ 1 ສະຫາຍ, ກອງບັນຊາການ ປກສ ແຂວງຊຽງຂວາງ 2 ສະຫາຍ, ກອງບັນຊາການ ປກສ ແຂວງຫົວພັນ 1 ສະຫາຍ, ກອງບັນຊາການ ປກສ ແຂວງຈຳປາສັກ 2 ສະຫາຍ.
ຕອນທ້າຍ

ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ຍ້ອງຍໍ້ຊົມເຊີຍຕໍ່ຜົນສຳເລັດໃນການລົງກໍ່ສ້າງຮາກຖານການເມືອງ, ຕໍ່ຜູ້ທີ່ຈະລົງກໍ່ສ້າງຮາກຖານການເມືອງເຊິ່ງທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານການເມືອງນຳພາແນວຄິດ, ວຽກງານວິຊາສະເພາະ ທີ່ສໍາຄັນພະນັກງານລົງກໍ່ສ້າງຮາກຖານການເມືອງຕ້ອງເປັນແບບຢ່າງທີ່ດີ ຂ່າວສະອາດ ບໍ່ວ່າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິຫວັດ ແລະ ແບບແຜນການດຳລົງຊີວິດ ປອດໃສຂ່າວສະອາດ, ຖືຜົນປະໂຫຍດສວນລວມຂອງປະເທດຊາດຂອງປະຊາຊົນສູງກວ່າ ຜົນປະໂຫຍດສວນຕົວ ແລະ ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ອົງການປົກ ຄອງໃນແຕ່ລະບ່ອນຕະຫຼອດຮອດປະຊາຊົນໃຫ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດຕັ້ງໜ້າຝຶກຝົນຫລໍ່ຫຼອມຕົນເອງ ປະຕິບັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ.