ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຊຸມຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ( ໃນຄັ້ງວັນທີ 23 ມັງກອນ 2026 )
ໃນຕອນບ່າຍວັນທີ 23 ມັງກອນ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍການເປັນປະທານຂອງ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີທ່ານ ພົຈວ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຄຸມຂັງ-ດັດສ້າງ ແລະ ພ້ອມດ້ວຍຄະນະ, ມີຄະນະພັກ, ຄະນະບັນຊາ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເຂົ້າຮ່ວມ..jpeg)
.jpeg)
.jpeg)
ເພື່ອປະຕິບັດແຈ້ງການຂອງຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 30/ຫວກ ລົງວັນທີ 20 ມັງກອນ 2026 ເລື່ອງ: ການປ່ອນບັດລ່ວງໜ້າຂອງກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 14 ກຸມພາ 2026
ທ່ານ ພັທ ເວນິດ ຕະນະນາດ ຮອງຫົວໜ້າຫ້ອງການກົມ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 644/ຄກຖ ລົງວັນທີ 21 ມັງກອນ 2026 ແລະ ຜ່ານແຜນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພ ປະຊາຊົນຂັ້ນແຂວງຊຸດທີ V ຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 643/ຄກຖ ລົງວັນທີ 21 ມັງກອນ 2026 ຈາກນັ້ນກອງປະຊຸມກໍ່ຍັງໄດ້ແລກປ່ຽນຄຳຄິດເຫັນຮ່ວມກັນຕື່ມອີກ..jpeg)
.jpeg)
ຕອນທ້າຍ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ໄດ້ເນັ້ນໜັກໃຫ້ ຮັບປະກັນໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V; ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ວ່ອງໄວ, ໂລ່ງລ່ຽນ, ທັນຕາມກຳນົດເວລາ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້; ຮັບປະກັນໃຫ້ການເລືອກເຟັ້ນໃຫ້ໄດ້ຜູ້ມີມາດຖານຄົບຖ້ວນ ເຂົ້າໃນການຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ມີໂຄງປະກອບເໝາະສົມ ທາງເພດ, ເຜົ່າ, ຂະແໜງການ ສູນກາງ ແລະ ທ້ອງຖິ່ນ ທີ່ເໝາະສົມ, ມີຄຸນນະພາບສູງກວ່າເກົ່າ, ສາມາດເປັນ ຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ໄດ້ຢ່າງແທ້ຈິງ; ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງຕື່ນຕົວ, ສະໝັກໃຈໄປໃຊ້ສິດໃນວັນເລືອກຕັ້ງຢ່າງຄົບຖ້ວນ, ຮັບປະກັນການລົງຄະແນນສຽງຖືກຕ້ອງຕາມກົດໝາຍ, ລະບຽບການ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການເລືອກຕັ້ງ ໂດຍສະເພາະຢູ່ໃນບັນດາກົມ-ກອງຂອງກໍາລັງປ້ອງກັນຄວາມສະຫງົບຄື: ໃຫ້ຜູ້ມີສິດປ່ອນບັດມາໃຊ້ ສິດປ່ອນບັດຄົບຕາມຈໍານວນ, ບໍ່ໃຫ້ມີບັດຕາຍ ແລະ ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ 100% ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ V ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້..jpeg)
.jpeg)
.jpeg)
.jpeg)