ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຜີຍແຜ່ 04 ອກະສານ ກຽມການເລືອກຕັ້ງ ສສຊ ແລະ ສສຂ
ໃນຄັ້ງວັນທີ 4 ກຸມພາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ເຜີຍແຜ່ 4 ເອກະສານ ເພື່ອກຽມໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ດຳເນີນໄປຕາມລະບຽບ ແລະ ຂັ້ນຕອນ, ຍົກສູງລະດັບຄວາມຕື່ນຕົວທາງດ້ານການເມືອງໃຫ້ສະມາຊິກພັກ, ພະນັກງານທົ່ວກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຜູ້ມີສິດເລືອກຕັ້ງມີຄວາມສະໝັກໃຈໄປໃຊ້ສິດ ໃນວັນເລືອກຕັ້ງໃຫ້ຄົບຖ້ວນຕາມລະບຽບ ໂດຍການເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
ເຜີຍແຜ່ເອກະສານໂດຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ທ່ານ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກກົມ, ຮອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ມີ: ເຊື່ອມຊຶມ-ຜັນຂະຫຍາຍມະຕິກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນຳພາ- ຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ V; ເພີ່ມທະວີການນຳພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ; ກຳແໜ້ນເນື້ອໃນສຳຄັນຂອງ ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ ເພື່ອເຮັດໃຫ້ການເລືອກຕັ້ງດຳເນີນຖືກຕ້ອງຕາມກົດໝາຍ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ; ເຊື່ອມຊຶມ ແລະ ຈັດ ຕັ້ງປະຕິບັດແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຍົກໃຫ້ເຫັນວ່າ: ມະຕິໄດ້ກຳນົດ ທັດສະນະຊີ້ນໍາ ຕໍ່ການເລືອກຕັ້ງ ເຊິ່ງເລັ່ງທວງໃຫ້ອົງຄະນະພັກທຸກຂັ້ນ ຕ້ອງກຳແໜ້ນ ແລະ ປະຕິບັດຢ່າງຖືກຕ້ອງ ໂດຍຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ເທື່ອນີ້ ເປັນການ ສືບຕໍ່ປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າທາງ ດ້ານການເມືອງ ຂອງປະຊາຊົນລາວບັນ ດາເຜົ່າ ເຂົ້າໃນການ ເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງຕົນທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ເຂົ້າໃນອົງການອໍານາດ ແຫ່ງລັດຂັ້ນສູນກາງ ແລະ ທ້ອງ ຖິ່ນ ເພື່ອເຮັດໃຫ້ອໍານາດລັດ ຂອງພວກເຮົາ ເປັນອໍານາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນ ຢ່າງແທ້ຈິງ.