ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທຳລາຍສວນຢາຝິ່ນຢູ່ ບ້ານຈ່າຄຳລື ເມືອງລອງ ແຂວງຫຼວງນ້ຳທາ

    ການລົງທຳລາຍສວນຝິ່ນໃນຄັ້ງນີ້ ການເດີນທາງແມ່ນພົບຄວາມຫຍຸ້ງຍາກຫລາຍ ໄປຕາມຮ່ອມພູ, ສັນພູ ແລະ ຂ້າມຫ້ວຍຮ່ອງ ເຊິ່ງໃຊ້ເວລາໃນການເດີນທາງເກືອບ 3 ຊົ່ວໂມງ ຈຶ່ງໄປຮອດຈຸດສວນຝິ່ນທີ່ປະຊາຊົນລັກລອບປູກ ພົບເຫັນ 02 ຈຸດ, 04 ຕອນ, ມີເນື້ອທີ່ສວນຢາຝິ່ນທັງໝົດ 2,960 ເຮັກຕາ. ການທຳລາຍແມ່ນໄດ້ໃຊ້ພ້າ ແລະ ໄມ້ຖ່າງຕົ້ນຝິ່ນ, ຫຼົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ເຈົ້າຂອງເກັບກູ້ຜົນຜະລິດ ແລະ ໝາກຝິ່ນໄປເປັນແນວພັນໄດ້ຕື່ມອີກ.

ການລົງທໍາລາຍສວນຝິ່ນໃນຄັ້ງນີ້, ກໍ່ເພື່ອປະຕິບັດຕາມການແຈ້ງການ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 13/ປກສ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂ້າຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາເຂົ້າ-ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນ ທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕາມກົດໝາຍ, ສະນັ້ນ, ຈຶ່ງຮຽກຮ້ອງເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງເປັນເຈົ້າການໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍຊ່ວຍເປັນຫູເປັນຕາ, ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.