ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະຫຼຸບວຽກງານຮາກຖານການເມືອງປະຈໍາເດືອນ 01 ແລະ ວາງທິດທາງແຜນການໃນຕໍ່ໜ້າຂອງກອງກໍ່ສ້າງຮາກຖານ 914

      ໃນພິທີທ່ານ ພັທ ຄໍາເພື່ອນ ພົມໂສພາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຜ່ານບົດສະຫຼຸບປະຈໍາເດືອນ 01 ແລະ ວາງທິດທາງແຜນການເດືອນ 02 ປີ 2026 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມ​ການ​ເມືອງ​ນໍາພາ​ແນວ​ຄິດໃຫ້ພະນັກງານ-ນັກຮົບພາຍໃນກອງຢ່າງເປັນປົກກະຕິເຮັດໃຫ້ພະນັກງານແຕ່ລະສະຫາຍແມ່ນມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ, ມີສະຕິຕື່ນຕົວປະຕິບັດມະຕິຄໍາສັ່ງລະບຽບວິໄນຂອງກໍາລັງຢ່າງເຂັ້ມງວດ, ມີ​ຄວາມເອົາໃຈໃສ່ໃນໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນ​ເທີງ​ໄດ້​ເປັນ​ຢ່າງ​ດີ ເປັນຕົ້ນແມ່ນໄດ້ສັງລວມເກັບກຳສະຖິຕິປະຈໍາ06 ເດືອນທ້າຍປີ2025 ຢູ່ກຸ່ມຊຽງກົກ ແລະ ກຸ່ມຜາງົວ  ບ້ານທີ່ພະນັກງານ​ຮາກ​ຖານ​ຮັບຜິດຊອບລວມທັງໝົດມີ 08 ບ້ານໃຫຍ່, ມີ 14 ບ້ານນ້ອຍຂຶ້ນກັບ, ປະກອບ​ມີ 05 ຊົນ​ເຜົ່າຄື: ອາຄາ, ກຸ່ຍ, ມຸ​ເຊີ, ກືມມຸ ແລະ ​​ລື້, ມີ 58 ໜ່ວຍ, 981 ຫຼັງຄາ, ມີ 989 ຄອບຄົວ, ມີ​ພົນລະ​ເມືອງທັງໝົດ 5.276 ຄົນ; ຍິງ 2.705 ຄົນ, ອາຍຸ 15 ປີ​​ຂຶ້ນ​​ໄປມີ 3.720 ຄົນ; ຍິງ 1.919 ຄົນ, ​ໄດ້​ຂຶ້ນ​ສໍາມະ​ໂນ​ຄົວ​ແລ້ວມີ 4,801 ຄົນ, ຍິງ 2.428 ຄົນ; ອາຍຸ 15 ປີ​ຂຶ້ນ​ໄປ​ມີ 3.561 ຄົນ; ຍິງ 1.790 ຄົນ,​ ບໍ່ທັນໄດ້ຂຶ້ນ​ສໍາມະ​ໂນ​ຄົວ​ມີ 475 ຄົນ; ຍິງ 277 ຄົນ; ອາຍຸ​ 15 ປີ​ຂຶ້ນ​ໄປ​​ມີ 159 ຄົນ, ຍິງ 129 ຄົນ.

     ໄດ້ສົມທົບ ປກສ ກຸ່ມບ້ານ ລົງເກັບກໍາຄົນພັກເຊົາຊົ່ວຄາວ ມີ 86 ຄົນ, ຍິງ 64 ຄົນ, ນອກນີ້ຍັງໄດ້ເກັບກໍາການເໜັງຕີງຂອງພົນລະເມືອງ, ສາດສະໜາ, ຄຸ້ມຄອງອາຊີບ-ພາຫະນະພິເສດ, ຄຸ້ມຄອງເປົ້າໝາຍປະເພດຕ່າງໆ ພ້ອມທັງເຮັດວຽກງານຕ້ານ-ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້, ເຂົ້າຮ່ວມນໍາພາກສ່ວນກ່ຽວຂ້ອງ ຄວບຄູ່ກັບການເຮັດວຽກງານ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້ກັບກົມກອງ ແລະ ປະຊາຊົນ ເຮັດໃຫ້ປະຊາຊົນບັນດາ​ເຜົ່າໄດ້ຕື່ນຕົວທໍາ​ການ​ຜະລິດ, ປູກຝັງລ້ຽງສັດ, ຂ້າ-ຂາຍຍ່ອຍ ແລະ ອື່ນໆ ພ້ອມທັງລົງເຄື່ອນໄຫວຢ້ຽມຢາມຖາມຂ່າວ ໃກ້ຊິດຕິດແທດພໍ່ແມ່ປະຊາຊົນໃນແຕ່ລະຄອບຄົວ ແລະ ຊ່ວຍປະຊາຊົນເກັບກູ້ມັນຕົ້ນ 18 ຄັ້ງ, ມີແຮງງານທັງມົດ 108 ເທື່ອແຮງງານ, ຈາກນັ້ນອ້າຍນ້ອງພະນັກງານໄດ້ມີຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ເພື່ອໃຫ້ບົດສະຫຼຸບມີຂໍ້ມູນສົມບູນຂຶ້ນຕື່ມ.

      ຈາກນັ້ນ ສະຫາຍ ພັທ ຫັດສະດີ ສີລິວົງ ຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ຜ່ານ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 02/ປກສ, ລົງວັນທີ 21 ມັງກອນ 2026 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V ໃນຂອບເຂດທົ່ວປະເທດ, ຜ່ານແຈ້ງການ ຂອງກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ສະບັບເລກທີ່ 134/ປກສ ຫຼທ, ລົງວັນທີ 13 ມັງກອນ 2026 ເລື່ອງກະກຽມຄວາມພ້ອມໃນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V.

    ຕອນທ້າຍພິທີທ່ານ ພັທ ຫັດສະດີ ສີລິວົງ ເລຂາໜ່ວຍພັກ, ຫົວໜ້າກອງກໍ່ສ້າງຮາກຖານ 914 ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວໄດ້ໃນໄລຍະ 01 ເດືອນຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ເຮັດວຽກງານການເມືອງ-ນໍາພາແນວຄິດ, ວຽກງງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ວັດທະນາທໍາສັງຄົມ, ວຽກງານຕ້ານ ແລະ ສະກັດກັັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃຫ້ສືບຕໍ່ປະຕິບັດວະລະແຫ່ງຊາດໃຫ້ເກີດດອກອອກຜົນໃນຕໍ່ໜ້າ ແລະ ສືບຕໍ່ປະຕິບັດວຽກງານປ້ອງກັນ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V ໃຫ້ມີຄວາມສະຫງົບ100 %.