ສ້າງຂະບວນການອອກແຮງງານລວມບ້ານ ຊຽງກົກໃໝ່, ເມືອງ ລອງ, ແຂວງ ຫຼວງນໍ້າທາ
ໃນການອອກແຮງງານລວມໃນຄັ້ງນີ້ແມ່ນໄດ້ນຳພາປະຊາຊົນອະນາໄມຖາງຫຍ້າບໍລິເວນພາຍໃນບ້ານ ແລະ ອະນາໄມຖາງຫຍ້າບ່ອນຈັດງານບຸນປາງເມືອງ(ຂອງຊົນເຜົ່າລື້ ບ້ານ ຊຽງກົກໃໝ່), ຂຸດຮ່ອງຫຼໍ່ ແລະ ອື່ນໆ ກໍ່ເພື່ອກະກຽມຈັດງານບຸນປະເພນີຂອງຊົນເຜົ່າລື້ງານບຸນປາງເມືອງ ແລະ ບຸນຂຶ້ນທາດ,ບ້ານຊຽງກົກໃຫມ່,ເມືອງລອງ,ແຂວງຫຼວງນ້ຳທາ ພ້ອມທັງເພີ່ມທະວີວຽກງານປ້ອງກັນ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V ໃນຂອບເຂດທົ່ວປະເທດ ແລະ ກະກຽມຄວາມພ້ອມໃນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V ເຮັດໃຫ້ບ້ານມີຄວາມສະອາດຈົບງາມເພື່ອຕ້ອນຮັບບັນດາແຂກຕ່າງບ້ານ, ຕ່າງເມືອງທີ່ມາເຂົ້າຮ່ວມງານບຸນປາງເມືອງດັ່ງກ່າວຢ່າງມ່ວນຊື່ນ ແລະ ໃຫ້ມີຄວາມສະຫງົບ 100%