ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຜູ້ສະໜັກເລືອກຕັ້ງ ສສນວ ເຂດເລືອກຕັ້ງເມືອງໄຊເສດຖາ ລົງຫາສຽງ ຢູ່ 4 ກົມກອງ

Photoວັນທີ 12 ກຸມພາ 2026, ບັນດາຄະນະຜູ້ແທນລົງສະ ໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນນະ ຄອນຫຼວງວຽງຈັນ ຊຸດທີ V ເຂດເລືອກຕັ້ງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໄດ້ລົງເຄື່ອນໄຫວພົບປະຫາສຽງ ແລະ ສະເໜີຕົວ ຕໍ່ນາຍ ແລະ ພົນຕໍາຫຼວດ, ຢູ່ທີ່ສະໂມສອນກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ໂດຍການນຳພາຂອງທ່ານ ປອ ນາງ ບົວວອນ ສຸກລາແສງ ກຳມະການພັກນະ ຄອນຫຼວງວຽງຈັນ, ເລຂາຄະນະພັກເມືອງ ພ້ອມດ້ວຍສະມາຊິກສະພາຜູ້ລົງຮັບສະໝັກຮັບເລືອກຕັ້ງ ອີກຈໍານວນ 6 ທ່ານ, ໃຫ້ກຽດຕ້ອນຈາກຄະນະພັກ, ຄະນະບັນຊາ,ນາຍ ແລະ ພົນຕໍາຫຼວດກົມຕຳຫຼວດຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມຕຳຫຼວດຄຸມຂັງ-ດັດສ້າງ, ກົມໂຄສະນາອົບຮົມ ແລະ ກອງບັນຊາການປ້ອງກັນເຄື່ອນທີ່ ໃຫ້ການຕ້ອນຮັບ.PhotoPhoto

ໂອກາດນີ້, ຄະນະຮັບຜິດຊອບການເລືອກຕັ້ງ ກໍໄດ້ສະເໜີລາຍຊື່ຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເຂດເລືອກຕັ້ງ ເມືອງໄຊເສດຖາ ມີທັງໝົດ 7 ທ່ານ ຍິງ 2 ທ່ານ. ພ້ອມດຽວກັນນີ້, ບັນດາຄະນະຜູ້ລົງສະໝັກເລືອກຕັ້ງ ທັງ 7 ທ່ານ ກໍ່ໄດ້ຜັດປ່ຽນກັນຂຶ້ນຜ່ານຊີວະປະຫວັດຫຍໍ້ ແລະ ຜົນງານການເຄື່ອນໄຫວທີ່ໂດດເດັ່ນຂອງຕົນ ໃນໄລຍະຜ່ານມາໃຫ້ນາຍ ແລະ ພົນຕໍາຫຼວດ ໄດ້ຮັບຊາບ ພ້ອມທັງສະເໜີແຜນການເຄື່ອນໄຫວ ແລະ ໃຫ້ຄໍາໝັ້ນສັນຍາ ໃນການປະຕິບັດໜ້າທີ່ການເມືອງ ເມື່ອໄດ້ຮັບຄວາມໄວ້ວາງ ໃຈເລືອກຕັ້ງໃຫ້ເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.PhotoPhoto

ຈຸດປະສົງ ກໍເພື່ອເປັນການຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດ, ສຽງຂອງຕົນ ເພື່ອເລືອກເອົາຜູ້ລົງສະໝັກ ຜູ້ທີ່ມີຄວາມຮູ້, ຄວາມສາມາດ ທີ່ຈະນໍາເອົາແນວທາງຂອງພັກແຜນນະໂຍ ບາຍຂອງລັດ ນໍາເອົາຄວາມຂັດຂ້ອງໝອງໃຈ, ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ, ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນລາວໃນການໃຊ້ສິດຂອງຕົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ ເວົ້າລວມ, ເວົ້າສະເພາະ ກໍ່ເພື່ອພັດທະນາເມືອງໄຊເສດຖາ ໃຫ້ມີການພັດທະນາກ້າວຂຶ້ນສູ່ທັນສະໄໝໃນອະນາຄົດ ແລະ ຍາວນານ.PhotoPhoto