ກົມ509ຈັດພິທີຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ
ໃນວັນ 16 ກຸມພາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ ໂດຍການເປັນປະທານ ແລະ ບັນຍາຍເອກະສານຂອງທ່ານ ພັອ ສີບຸນເຮືອງ ໄຊຍະເພັດ ຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະບັນຊາ, ຫ້ອງການ, ສູນຂໍ້ມູນພົນລະເມືອງ, ບັນດາພະແນກ, ຮອງພະແນກ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ໃນພິທີ ທ່ານ ພັທ ພູຂຽນ ສີຄຸນນະລາດ ຮອງຫົວໜ້າແນກການເມືອງໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການອະນຸມັດເປີດຝຶກອົບຮົມໃຫ້ກໍາລັງລົງກໍ່ສ້າງຮາກຖານໃໝ່ ສະບັບເລກທີ 1336/ຄກຖ, ລົງວັນທີ 13 ກຸມພາ 2026 ເຊິ່ງມີຄະນະຮັບຜິດຊອບ, ອາຈານ, ນັກສໍາມະນາກອນ, ອະນຸກໍາມະການຮັບໃຊ້ວຽກງານ ລວມທັງໝົດ 86 ສະຫາຍ ໃນການຝຶອົບຮົມໃນຄັ້ງນີ້ນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງວຽກງານຄຸ້ມຄອງສໍາມະໂນ ຄົວຄົນລາວ ແລະ ຄົນຕ່າງດ້າວ, ຮ່າງສະຖິຕິເກັບກຳພົນລະເມືອງ; ວຽກງານຄຸ້ມຄອງອາຊີບ ແລະ ພານະພິເສດ, ວຽກງານຢຽມຢາມຖາມຂ່າວ, ວິທີຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານ, ວຽກງານສັນຕິບານ ການຝຶກອົບຮົ່ມ ໄລຍະສັ້ນໃຫ້ ນາຍຕຳຫຼວດ ທີ່ຈະລົງກໍ່ສ້າງຮາກຖານການເມືອງ ເພື່ອຍົກສູງຄວາມຮັບຮູ້-ຄວາມເຂົ້າໃຈໃນວຽກງານກໍ່ສ້າງຮາກຖານ ໃຫ້ມີຄວາມເປັນເອກະພາບໃນດ້ານຫຼັການ, ວິທີການທີຖືກຕ້ອງ ແລະ ສອດຄ່ອງ ກັບສະພາບເງື່ອນໄຂໃໝ່, ໃນການຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງ ການຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເດີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດ.