ກົມ509ຈັດພິທີປິດຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ

ໃນວັນ 18 ກຸມພາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີປິດຝຶກອົບຮົມໃຫ້ພະນັກງານທີ່ຈະລົງກໍ່ສ້າງຮາກຖານການເມືອງ ໂດຍການເປັນປະທານ ຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ, ຄະນະບັນຊາ, ຫ້ອງການ, ສູນຂໍ້ມູນພົນລະເມືອງ, ບັນດາພະແນກ, ຮອງພະແນກ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.
ໃນພິທີພັທ ພູຂຽນ ສີຄຸນນະລາດ ຮອງພະແນກການເມືອງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ວັນຜ່ານມາ ພະນັກງານກໍ່ສ້າງຮາກຖານ ໄດ້ພ້ອມກັນຄົ້ນຄ້ວາບັນດາເອກະສານກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຄຸ້ມຄອງອາຊີບພາຫະນະພິເສດ, ວຽກງານຢຽມຢາມຖາມຂ່າວ, ວິທີຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານ, ວຽກງານສັນຕິບານພ້ອມທັງປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນ ເພື່ອນຳເອງບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະໃໝ່ໃຫ້ປະກົດຜົນເປັນຈິງ, ຍົກສູງລະດັບວຽກງານວິຊາສະເພາະໃຫ້ແກ່ພະນັກງານທີ່ຈະລົງກໍ່ສ້າງຮາກຖານໃໝ່ກໍາແໜ້ນລະບຽບຫຼັກການທາງດ້ານວິຊາສະເພາະ, ຮູ້ໝູນໃຊ້ບົດຮຽນເຂົ້າໃນພຶດຕິກໍາຕົວຈິງ, ນໍາໄປຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນສູງ.

ໃນໂອກາດນີ້ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ເນັ້ນໜັກບາງບັນຫາໃຫ້ບັນດາພະນັກງານກໍ່ສ້າງນຮາກຖານການເມືອງ ນໍາເອົາເນື້ອໃນ ຈິດໃຈຂອງການຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຮັດຕົວຈິງຢ່າງມີຈຸດສຸມ, ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ, ໂດຍສະເພາະອຳນາດການປົກຄອງບ້ານ ໃຫ້ມີຄວາມເປັນເອກະພາບກັນໃນການແກ້ໄຂບັນ ຫາຕ່າງໆ, ລົງໃກ້ຊິດຕິດແທດ, ຮູ້ໄດ້ຈິດໃຈຄວາມສຳນຶກຄິດພໍ່ແມ່ປະຊາຊົນ, ປຸກລຸກຂົນຂວາຍກໍາລັງແຮງຂອງມະຫາຊົນ,ຊາວໜຸ່ມ - ແມ່ຍິງເພື່ອໃຫ້ເຂົາເຈົ້າກໍາແໜ້ນ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດປະຕິບັດສິດ ແລະ ພັນທະຂອງຕົນ, ມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ກາຍເປັນຂອງທົ່ວປວງຊົນ, ເອົາໃຈໃສ່ຢ່າງຈິງຈັງຕໍ່ກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ. 

