ກອງປະຊຸມ ປຶກສາຫາຫລື ແລກປ່ຽນບົດຮຽນລະບົບຖານຂໍ້ມູນພົນລະເມືອງ ແລະ ການອອກບັດປະຈໍາຕົວດິຈິຕ໋ອນແບບໃໝ່ ລະຫວ່າງກົມ 509 ແລະ ກົມ 515
ໃນວັນທີ 19 ກຸມພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານກະຊວງປ້ອງກັນຄວາມສະຫງົບໄດ້ ເປີດກອງປະຊຸມ ປຶກສາຫາຫລືແລກປ່ຽນບົດຮຽນລະບົບຖານຂໍ້ມູນພົນລະເມືອງ ແລະ ການອອກບັດປະຈໍາຕົວດິຈິຕ໋ອນແບບໃໝ່ ກົມ 509ນໍາໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງເລຂາຄະນະພັກກົມ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກົມ 515 ນໍາໂດຍທ່ານ ພົນຈັດຕະວາ ລັດສະໝີ ໄຊຍະຄໍາ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ມີບັນດາ ຄະນະພັກ-ຄະນະກົມ, ຫົວໜ້າສູນພົນລະເມືອງ ພ້ອມດ້ວຍຄະນະເຂົ້້າຮ່ວມ.
ທ່ານ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງເລຂາຄະນະພັກກົມຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ແນະນໍາລະບົບໂປຣແກຣມໂຄງການສ້າງຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ ເປັນຕົ້ນແມ່ນ: 1)ລະບົບຊອບແວຄຸ້ມຄອງ ພົນລະເມືອງ ແລະ ຊອບແວລະບຸຕົວຕົນເອເລັກໂຕຣນິກ, 2)ລະບົບຊອບແວ ຂອງພົນລະເມືອງ, ການຢັ້ງຢືນແບບເອເລັກໂຕຣນິກ ແບບດີຈີຕ້ອນ ແລະ ການເກັບກຳຂໍ້ມູນພົນລະເມືອງ, 3)ລະບົບຊອບແວສໍາລັບທີ່ຢູ່ອາໄສຂອງພົນລະເມືອງ ແລະ ການຄຸ້ມ ຄອງນໍາໃຊ້ລະບົບລາຍເຊັນດີຈິຕ້ອນ, 4). ພື້ນຖານໂຄງລ່າງການດໍາເນີນງານ, 5).ການຈັດການ ແລະ ການດໍາເນີນງານ ABIS, 6). ການຈັດການລະບົບຂໍ້ມູນຂ່າວສານ ICT, 7).ນິຕິກໍາກ່ຽວກັບໂຄງການ ແລະ ໄດ້ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນທັງສອງກໍາສອງຝາຍ
ຈາກນັ້ນ
ທ່ານ ພົຈວ ແກ່ນຈັນ ພົມມະຈັກ ກໍ່ໄດ້ພາເຂົ້າຊົມລະບົບສູນເກັບ ຂໍ້ມູນພົນລະເມືອງ ລະບົບການໂອນຖ່າຍ ແລະ ການເກັບກຳຂໍ້ມູນພົນລະເມືອງ, ປະຕິບັດໜ້າທີ່ວຽກງານຢ່າງເຄັ່ງຄັດ, ມີຄວາມຖືກຕ້ອງ, ລະອຽດ, ມີປະສິດທິພາບ ພ້ອມທັງຊີ້ໃຫ້ເຫັນວ່າ ວຽກງານຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ເປັນພື້ນຖານຕໍ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງປ້ອງກັນຄວາມສະຫງົບ ຍາມໃດກໍ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ໂດຍສະເພາະແມ່ນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາມີບົດບາດສໍາຄັນໃນທຸກຂົງເຂດວຽກງານຂອງການພັດທະນາ ບໍ່ວ່າຈະເປັນດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຂະແໜງ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ສາທາລະນະສຸກ ແລະ ຂະແໜງການອື່ນໆກໍ່ໄດ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເປັນເຄື່ອງມືຮັບໃຊ້ທີ່ສໍາຄັນ ເພື່ອຄຸ້ມຄອງບໍລິຫານວຽກງານວິຊາສະເພາະໃນຂະແໜງການຂອງຕົນເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງ, ມີຄວາມວ່ອງໄວທັນສະໄໝ ຈຳເປັນຕ້ອງໄດ້ຫັນເອົາລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າມາມີບົດບາດສໍາຄັນໃນການຄຸ້ມຄອງຫັນເອົາວຽກງານດັ່ງກ່າວເຂົ້າສູ່ລະບົບດີຈິຕ້ອນ
.