ກອງປະຊຸມປືກສາຫາຫຼືກ່ຽວກັບການກະກຽມເອກະສານເພື່ອທົດລອງອອກບັດອະນຸຍາດຖືປືນເສີກ
ໃນຕອນເຊົ້າວັນທີ 19 ກຸມພາ 2026 ນີ້, ຢູ່ທີກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ເປີດກອງປະຊຸມປືກສາຫາຫຼືກ່ຽວກັບການກະກຽມເອກະສານເພື່ອທົດລອງອອກບັດອະນຸຍາດຖືປືນເສີກໂດຍພາຍໃຕ້ເປັນປະທານ ຂອງ ທ່ານ ພັອ ສົມສະນີດ ຈັນທະວົງ ຮອງ ເລຂາ ພັກກົມ ຮອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີພະແນກອາຊີບ-ພາຫະນະພິເສດ, ຫ້ອງການກົມ, ກົມເສນາ ຫ້ອງວ່າການກະຊວງ ປກຊ, ກົມຍຸດໂທ ກົມໃຫຍ່ ພາລາທິການ, ກົມນິຕິວິທະຍາ ກົມໃຫຍ່ຕໍາຫຼວດ, ກົມປ້ອງກັນພາຍໃນ ກົມໃຫຍ່ ສັນຕິບານເຂົ້າຮ່ວມ.
ເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ຂໍ້ຕົກລົງ ແລະ ທິດທາງແຜນການຂອງກະຊວງ ກໍ່ຄືແຜນການສູ້ຊົນຂອງກົມຄົມຄຸ້ມສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້ ກຽ່ວກັບການຈົດທະບຽນ ແລະ ຄຸ້ມຄອງ ການອອກບັດອະນຸຍາດຖືປືນເສີກໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ,ໃນກອງປະຊຸມແຕ່ລະທ່ານຍັງໄດ້ສົນທະນາແລກປຽ່ນຄໍາຄິດຄໍາເຫັນເຊີ່ງກັນ ແລະ ກັນ ແລະ ໄດ້ຕົກລົງເປັນເອກະພາບກັນໃນການປະຕິບັດ.
ຕອນທ້າຍ ທ່ານ ພັອ ສົມສະນີດ ຈັນທະວົງ ໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ມີໜ້າທີຮັບຜິດຊອບເອົາໃຈໃສ່ ເພື່ອເຮັດໃຫ້ວຽກງານ ຈົດທະບຽນ ແລະ ຄຸ້ມຄອງອອກບັດອະນຸຍາດຖືປືນເສີກ ໃຫ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ, ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ຖືກຕ້ອງຕາມຫຼັກວິຊາສະເພາະ,ເຮັດໃຫ້ການຈັດຕັ້ງປະຕິບັດໃນການເກັບກໍາຂໍ້ມູນ, ແບບຟອມຮ່າງສະຖິຕິ, ການຄຸ້ມຄອງກວດກາ ຂອງ ບັນດາກອງບັນຊາ ປກສ ແຂວງ, ນະຄອງຫຼວງ ໃນການປະຕິບັດໃຫ້ຖືກຕ້ອງ ແລະ ມີຄວາມເປັນເອກະພາບກັນຢູ່ໃນຂອບເຂດທົ່ວປະເທດ.