ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມຄົບຄະນະບໍລິຫານງານພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຄັ້ງທີ 4 ສະໄໝທີ 3

ໃນຕອນບ່າຍວັນທີ 24 ກຸມພາ 2026 ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກົມ ຄັ້ງທີ 4 ສະໄໝທີ 3 ຂື້ນ ໂດຍການເປັນປະທານຂອງ ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີຮອງເລຂາຄະນະພັກ, ຄະນະປະຈຳພັກ ແລະ ຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັອ ສົມສະນິດ ຈັນທະວົງ ຮອງເລຂາຄະນະພັກ ໄດ້ຜ່ານບົດສະຫຼຸບການນຳພາ-ຊີ້ນຳຂອງຄະນະພັກໃນໄລຍະຜ່ານມາ ຄະນະພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນໜ້າທີ່ສໍາຄັນພື້ນຖານ, ເປັນວຽກງານກົກເຮັດຢ່າງເປັນປະຈຳ, ໃນໄຕມາດ1ປີ 2026 ໄດ້ຮັບອະນູມັດບົ່ງຕົວແຕ່ງຕັ້ງເລຂາ,ຮອງເລຂາ, ຄະນະໜ່ວຍ ຊາວໝຸ່ມຮາກຖານຈໍານວນ 39 ສະຫາຍ,ຍິງ 03 ສະຫາຍ, ໄດ້ຮັບອະນຸມັດສ້າງຕັ້ງໜ່ວຍສະຫະພັນແມ່ຍິງຈໍານວນ 01 ໜ່ວຍ, ບົ່ງຕົວແຕ່ງຕັ້ງຫົວໜ້າ-ຮອງໜ່ວຍແມ່ຍິງ ຈໍານວນ 09 ສະຫາຍ ໄດ້ສຸມໃສ່ປັບປຸງແບບແຜນການນໍາພາຂອງຄະນະພັກແຕ່ລະຂັ້ນ, ປະຕິ ບັດຫຼັກການລວມສູນປະຊາທິປະຕິຢ່າງເຂັ້ມງວດ, ນໍາພາເຊື່ອມຊຶມບັນດາມະຕິ,ຄໍາສັ່ງຂອງຂັ້ນເທິງເປັນປົກກະຕິ, ພ້ອມນີ້ຍັງໄດ້ຊຸກຍູ້ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງໃຫ້ມີຄວາມເຂັ້ມແຂງ, ເຄື່ອນໄຫວຕາມພາລະບົດບາດສິດໜ້າທີ່ຂອງຕົນ, ໄດ້ເອົາໃຈໃສ່ນໍາພາ - ຊີ້ນໍາບັນດາກອງກໍ່ສ້າງຮາກຖານ, ເຂົ້າຮ່ວມນໍາພາກ ສ່ວນທີກ່ຽວຂ້ອງ ຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອເຮັດໃຫ້ຮາກຖານທ້ອງຖິ່ນມີຄວາມສະຫງົບ ພ້ອມທັງເຮັດໜ້າທີ່ວິຊາສະ ເພາະລົງເລິກນຳພາ-ຊີ້ນໍາ ປກສ ກຸ່ມບ້ານ ແລະ ປກສ ບ້ານ ເປັນປົກກະຕິນອກຈາກນັ້ນກໍໄດ້ນໍາພາ-ຊີ້ນໍາວຽກງານຕາມສາຍຕັ້ງວິຊາສະເພາະ ຢູ່ກົມເປັນຕົ້ນແມ່ນການຈົດທະບຽນສໍາມະໂນຄົວຄອບຄົວການນໍາ,ສໍາມະໂນຄົວຄົນຕ່າງດ້າວ, ໂອນຖ່າຍສໍາມະໂນຄົວເປັນຂໍ້ມູນເອເລັກໂຕຣນິກ, ສັງລວມສະຖິຕິພົນລະເມືອງລາວໃນຂອບເຂດທົ່ວປະເທດປະຈຳປີ 2025 ມີທັງໝົດຈໍານວນ 1,455,103ຄອບຄົວ ພິມບັດປະຈຳຕົວຄົນຕ່າງດ້າວໃໝ່ (ບັດເຫຼືອງ) 289 ບັດ,ຍິງ 168 ບັດ, ພິມບັດຄົນເຊື້ອຊາດລາວບໍ່ມີສັນຊາດ ແລະ ມອບໃຫ້ເຈົ້າຂອງສໍາເລັດ ຈໍານວນ 308 ບັດຍິງ 18 ບັດ, ວຽກງານໂຄງການ: ສະແກນເອກະສານສຳເນົາສຳມະໂນຄົວໄດ້ 476,519ຄອບຄົວ, ປ້ອນຂໍ້ມູນສຳເນົາສຳມະໂນຄົວເຂົ້າລະບົບໄດ້ 452,170 ຄອບຄົວ, ໂອນຖ່າຍຂໍ້ມູນສຳເນົາສຳມະໂນຄົວໄດ້ 457,839 ຄອບຄົວ, ສຳເລັດການຝຶກອົບຮົມນຳໃຊ້ໂປຣເກຣມໂຄງການພົນລະເມືອງ ເເລະ ບັດປະຈໍາຕົວດີຈີຕ໋ອນ, ປ້ອນຂໍ້ມູນເຂົ້າລະບົບອອກບັດປະຈໍາຕົວດີຈິຕອນ ຈຳນວນ19,677 ຄົນ ແລະ ພິມບັດໄດ້ 17.713 ບັດ, ປະຈຸບັນໄດ້ແຈກຍາຍບັດໃຫ້ປະຊາຊົນມາຮັບບັດຢູ່ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໄດ້ຮັບອະນຸມັດບັນດານິຕິກຳຮັບໃຊ້ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ 17 ສະບັບ, ຄົ້ນຄວ້າບັນດາຮ່າງນິຕິກຳ 06 ສະບັບ ສໍາເລັດລໍຖ້າການອະນຸມັດຈາກຂັ້ນເທິງ, ສໍາເລັດການຂົ່ນສົ່ງເຄື່ອງອຸປະກອນເຕັກນິກຂອງໂຄງການແຕ່ສູນກາງຫາ ປກສ ແຂວງ, ປກສ ເມືອງ ລວມມີ 166 ຈຸດໃນຂອບເຂດທົ່ວປະເທດ, ສຳເລັດການຕິດຕັ້ງເຄື່ອງອຸປະກອນເຕັກນິກຈຳນວນ 166 ຈຸດ ໄດ້ຈັດຕັ້ງປະຕິບັດດໍາລັດ 11/ນຍ ແລະ ຄຳສັ່ງເລກທີ 563/ປກສ ຢ່າງເຂັ້ມງວດ ໃນໄລຍະ 1 ປີຜ່ານມາ: ສາມາດເກັບກູ້ອາວຸດໄດ້ທັງໝົດຈໍານວນ696 ກະບອກ, ປືນສັ້ນ 399 ກະບອກ, ປືນຍາວ 279 ກະບອກ, ກວດກາເອກະສານຂໍຜະລິດຕາປະທັບ 4,670 ສະບັບ, ຂຶ້ນທະບຽນຕາປະທັບອອກໃບນໍາໃຊ້ ແລະ ນຳສົ່ງ 4,323 ສະບັບ, ຊຸກຍູ້ຕິດຕາມ ກວດກາການຮັບເອກະສານ ຂໍຜະລິດຕາປະທັບວິສາຫະກິດ ຢູ່ບັນດາ ປກສ ແຂວງ, ນະຄອນຫຼວງ, ໃນຂອບເຂດທົ່ວປະເທດໄດ້ທັງໝົດ 5,832 ຫົວໜ່ວຍ. 

ໃນຕອນທ້າຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຍົກໃຫ້ເຫັນວ່າ ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຕາມເງື່ອນໄຂສະພາບການໃໝ່ ຕິດພັນກັບການຈັດຕັ້ງເຊື່ອມຊຶມ ມະຕິ, ຄຳສັ່ງຕ່າງໆ ເພື່ອໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະ ແຜນດຳເນີນງານຂອງຄະນະບໍລິຫານງານພັກກົມໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ.