ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງ ກົມຄຸ້ມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
ກົມຄຸ້ມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໃນວັນທີ 26 ກຸມພາ 2026 ໂດຍການເປັນປະທານຂອງ
ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຫົວໜ້າ, ຮອງພະແນກ, ຫົວໜ້າ, ຮອງສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ, ຫົວໜ້າ, ຮອງກົມຄຸ້ມຄອງພົນລະເມືອງ, ຫົວໜ້າ ແລະ ຮອງໜ່ວຍງານອ້ອມຂ້າງກົມຄຸ້ມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຂົ້າຮ່ວມ.
ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານໄດ້ໃຫ້ຮູ້ວ່າ: ໃນໄລຍະ 01 ປີ ຜ່ານມາ ກົມຄຸ້ມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສາມມາດຍາດຜົນງານໄດ້ຫຼາຍດ້ານຄະນະກົມໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາເເນວຄິດ ໃຫ້ສະມາຊິກພັກ ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ໂດຍນໍາເອົາມະຕິ, ຄໍາສັ່ງ, ຂໍ້ຕົກລົງ, ລະບຽບ, ມູນເຊື້ອຂອງພັກ-ຂອງຊາດ ແລະ ຂອງກໍາລັງປ້ອງກັນຄວາມສະຫງົບ ມາເຜີຍແຜ່ການຈັດຕັ້ງເຊື່ອມຊຶມ ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມຈົງຮັກພັກດີ ແລະ ມີຄຸນທາດການເມືອງຢ່າງໜັກແໜ້ນເອົາໃຈໃສ່ກະຕຸກຊຸກຍູ້, ສ້າງແຜນລົງກວດກາຈຸດຫຼໍ່ແຫຼມ ແລະ ວຽກງານວິຊາສະເພາະຢູ່ບັນດາກອງກໍ່ສ້າງຮາກຖານ ແລະ ນະຄອນຫຼວງວຽງຈັນ ເປັນປົກກະຕິ; ເກັບກຳສະພາບປະຈຳວັນ, ປະຈຳອາທິດ, ປະຈຳເດືອນ ກ່ຽວກັບການເຄື່ອນໄຫວເຮັດວຽກງານຢູ່ບັນດາກອງກໍ່ສ້າງຮາກຖານ ແລະ ສະຫຼຸບລາຍງານສະພາບໃຫ້ຂັ້ນເທິງ, ປີ 2025 ສາມາດສັງລວມສະຖິຕິພົນລະເມືອງ ມີທັງໝົດ 17 ແຂວງ 01 ນະຄອນຫຼວງ ຈໍານວນ 145 ເມືອງ 03 ນະຄອນ, ມີຈໍານວນ 8,401 ບ້ານ, ຈໍານວນ 1,390,031 ຫຼັງຄາເຮືອນ, ຈໍານວນ 1,455,103 ຄອບຄົວ, ຈໍານວນພົນ 7,558,681 ຄົນ, ຍິງ 3,800,272 ຄົນ, ອາຍຸ 15 ປີ ຂຶ້ນໄປ 5,222,638 ຄົນ, ຍິງ 2,651,933 ຄົນ; ໄດ້ລົງສໍາຫຼວດພົນລະເມືອງໃນກໍາລັງປ້ອງກັນຄວາມສະຫງົບ ມີຈໍານວນ 52.470 ຄົນ, ຍິງ 7.532 ຄົນ, ໄດ້ປ້ອນຂໍ້ມູນເຂົ້າໃນລະບົບຖານຂໍ້ມູນສໍາເລັດໂດຍພື້ນຖານ, ປ້ອນຂໍ້ມູນເຂົ້າລະບົບອອກບັດປະຈໍາຕົວດີຈິຕ້ອນໄດ້ທັງໝົດຈໍານວນ 90,170 ຄົນ, ພິມບັດສໍາເລັດທັງໝົດ 46,084 ບັດ, ແຈກຢາຍບັດສົ່ງໃຫ້ປະຊາຊົນສໍາເລັດທັງໝົດ 16,318 ບັດ ໄດ້ແຈ້ງປະຊາຊົນຜ່ານ SMS ແລະ ຜ່ານ ສາຍດ່ວນ 1529 ເພື່ອມາຮັບບັດສໍາເລັດ, ຄຽງຄູ່ກັນນີ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ຈັດຕັ້ງປະຕິບັດການເກັບກູ້ອາວຸດປືນເສິກຕາມຄຳສັ່ງເລກທີ 11/ນຍ, ຢູ່ບັນດາກະຊວງ, ອົງການທຽບເທົ່າກະຊວງ, ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ ແລະ ບັນດາກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດ, ພ້ອມນັ້ນຍັງໄດ້ສ້າງແຜນ ປັບປຸງກຳລັງ ປກສ ກຸ່ມບ້ານ ໃນຂອບເຂດທົ່ວປະເທດ, ຊຸກຍູ້, ຕິດຕາມ ປັບປຸງແຜນການຝຶກອົບຮົມວຽກງານ ປກສ ກຸ່ມບ້ານໃຫ້ນາຍ ແລະ ພົນຕຳຫຼວດ , ສືບຕໍ່ວຽກງານການສ້າງຕັ້ງຕໍາຫຼວດຕາແສງ ແລະ ຜັນຂະຫຍາຍປັບປຸງນິຕິກໍາ ຂອງກໍາລັງ ປກສ ກຸ່ມບ້ານ ມາເປັນຕໍາຫຼວດຕາແສງ, ຕິດຕາມການຝຶກອົບຮົມວິຊາສະເພາະໃຫ້ກຳລັງ ປກສ ບ້ານ ປະຈໍາປີ 2026, ລົງຕິດຕາມການສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ເຂົ້າຮ່ວມການສ້າງທ່າສະໜາມປ້ອງກັນບໍລິເວນເມືອງ ຮ່ວມກັບກະຊວງປ້ອງກັນປະເທດ ແລະ ຊຸກຍູ້ບັນດາຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃນການລົງຕິດຕາມທ້ອງຖິ່ນສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ປະຈໍາປີ 2026 ໃຫ້ໄດ້ຕາມມາດຖານເງື່ອນໄຂ;