ກົມ 509 ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2025
ໃນວັນທີ 31 ມີນາ 2026 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ໂດຍການເປັນປະທານ ຂອງ ສະຫາຍ ພົຈວ ແກ່ນຈັນ ພົມະຈັກ ຄະນະພັກກະຊວງ ເລຂາພັກກົມ ມີບັນດາຄະນະພັກ, ຄະນະບັນຊາ,ສູນຂໍ້ມູນພົນລະເມືອງ ,ຫ້ອງການກົມ ແລະ ບັນດາກອງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.
ໃນກອງປະຊຸມ,ສະຫາຍ ພົຈວ ແກ່ນຈັນ ພົມະຈັກ ກໍໄດ້ເຜີຍແຜ່ເຊື່ອມຊື້ມເອກະສານຄໍາສັ່ງແນະນໍາ ສະບັບເລກທີ 06/ຄພປກ, ລົງວັນທີ 15 ກັນຍາ 2025 ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ເຊື່ອມຊືມເອກະສານເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດຂອງກຳລັງ ປ້ອງກັນຄວາມສະຫງົບ.
ໂອກາດນີ້, ສະຫາຍ ພັອ ນ. ເຂັມຄໍາໄຊຍະເພັດ ເລຂາໜ່ວຍພັກພະແນກການເມືອງ ກໍ່ໄດ້ຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳ ປີ 2025 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ເອົາ ໃຈໃສ່ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ເນື້ອໃນ ຂອງຄະນະບໍລິຫານງານພັກກະຊວງ ປກສ ວາງອອກ, ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ເພີ່ມທະວີການປັບປຸງແບບແຜນນໍາພາ, ວິທີເຮັດວຽກຂອງຄະນະພັກບົນພື້ນຖານຫຼັກການຂອງພັກ; ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໄດ້ເປັນເຈົ້າການເຂົ້າຮ່ວມດໍາເນີນຊີວິດການເມືອງສໍາຫຼວດກວດກາ, ຈັດແບ່ງປະເພດ, ປະຕິບັດຫຼັກການຕຳນິຕິຊົມຕົນເອງ ແລະ ຕິຊົມໝູ່ຄະນະບົນພື້ນຖານຄວາມສາມັກຄີຮັກແພງຕາມຫຼັກການຂອງພັກ,ສາມາດຕີລາຄາ ຄຸນນະ ພາບ ແລະ ແບ່ງປະເພດ ຂອງບັນດາໜ່ວຍພັກ ໄດ້ ຄື: ປະ ເພດຂອງສະມາຊິກພັກທົ່ວກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ມີສະມາຊິກພັກທັງໝົດ 622 ສະຫາຍ, ຍິງ 75 ສະຫາຍ ໃນນີ້, ໄດ້ປະເພດແຂງ ຈໍານວນ 608 ສະຫາຍ, ຍິງ 73 ສະຫາຍ, ປະເພດກາງ 09 ສະຫາຍ, ຍິງ 02 ສຫາຍ ແລະ ສາມາດຄັດເລືອກໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 19 ໜ່ວຍພັກຄື: ໜ່ວຍພັກຮາກຖານ ພະແນກຫ້ອງການກົມ, ໜ່ວຍພັກຮາກຖານ ພະແນກການເມືອງ, ໜ່ວຍພັກຮາກຖານ ພະແນກພະລາທິການ, ໜ່ວຍພັກຮາກຖານ
ພະແນກສໍາມະໂນຄົວລາວ, ໜ່ວຍພັກຮາກຖານ ພະແນກອອກບັດປະຈໍາຕົວຄົນລາວຄົນຕ່າງດາວ,
ໜ່ວຍພັກຮາກຖານ ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ, ໜ່ວຍພັກຮາກຖານ ພະແນກປ້ອງກັນຄວາມສະຫງົບກຸ່ມບ້ານ, ໜ່ວຍພັກຮາກຖານ ພະແນກຄຸ້ມຄອງ ປກສ ບ້ານ, ໜ່ວຍພັກຮາກຖານ ພະແນກ ສູນຂໍ້ມູນພົນລະເມືອງ, ໜ່ວຍພັກຮາກຖານ ພະແນກເສນາກໍ່ສ້າງຮາກຖານ, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 912, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 915, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 916, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 917, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 918, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 919, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 920, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 921, ໜ່ວຍພັກຮາກຖານ ກອງກໍ່ສ້າງຮາກຖານ 922
ຈາກນັ້ນ, ຕາງໜ້າໜ່ວຍພັກ 19 ໜ່ວຍ ຍັງໄດ້ຂຶ້ນຈັບມືແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີຕໍ່ໄປອີກດ້ວຍ.
ໃນຕອນທ້າຍຂອງກອງປະຊຸມ
ສະຫາຍ ພົຈວ ແກ່ນຈັນ ພົມະຈັກ ເລຂາພັກກົມ, 509 ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ນາຍ ແລະ ພົນຕຳຫຼວດ ກົມ 509 ທີ່ຖືກຜົນກະທົບຈາກພາຍຸໝາກເຫັບຕົກ ໃນຕອນແລງຂອງວັນທີ 22 ມີນາ 2026 ທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເຮືອນຊານ, ພາຫະນະ ຂອງພໍ່ແມ່ປະຊາຊົນ, ເຊິ່ງມີຄອບຄົວພະນັກງານນັກຮົບ ກົມ 509 14 ສະຫາຍ
ສະນັ້ນ, ຄະນະພັກ-ຄະນະບັນຊາກົມ ຈຶ່ງໄດ້ນຳເອົາເງິນຈຳນວນໜຶ່ງ ມອບໃຫ້ນາຍ ແລະ ພົນຕຳຫຼວດ ເພື່ອເປັນການປະຕິບັດນະໂຍບາຍ ຊ່ວຍເຫຼືອເຊິ່ງກັນແລະກັນ ເຊິ່ງເງິນທີ່ນຳມາມອບໃນມື້ນີ້ ຈຳນວນ 60 ລ້ານກວ່າກີບ.