ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົມ 509 ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

Photoໃນຕອນບ່າຍ ຂອງວັນທີ 7 ເມສາ 2026 ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ແລະ ປະກາດພະນັກງານພັກຜ່ອນຮັບອຸດໜຸນບຳນານ ໂດຍການເປັນປະທານ ຂອງ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ, ເລຂາຄະນະພັກກົມ, ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ມີບັນດາຄະນະພັກ, ຄະນະກົມ, ຫ້ອງການກົມ, ສູນຄຸ້ມຄອງພົນລະເມືອງ, ພະແນກ, ຮອງພະແນກ, ຜູ້ທີ່ໄດ້ຮັບການເລື່ອນຊັ້້ນ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດພາຍໃນກົມເຂົ້າຮ່ວມ.

         ໃນພິທີ ພົຈວ ແກ່ນຈັນ ພົມມະຈັກ ໄດ້ຜ່ານບົດເຜີຍແຜ່ເຊື່ອມຊຶມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ x ເປັນແຜນສືບຕໍ່ພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນະພາບ ແລະ ໂລ່ງລ່ຽນ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍມີຄຳຂວັນຂອງແຜນການທີ່ທຸກພາກສ່ວນຕ້ອງພ້ອມກັນຈັດຕັ້ງປະຕິບັດຢ່າງເປັນເອກະພາບດັ່ງນີ້ ຍົກສູງຈິດໃຈ ມຸງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດວ່ອງໄວ, ສີຂຽວ ແລະ ຍຶືນຍົງ. ພ້ອມທັງຊີ້ໃຫ້ເຫັນແຕ່ລະຄາດໝາຍຕົ້ນຕໍເຊັ່ນ: ຄາດໝາຍດ້ານເສດຖະກິດ, ຄາດໝາຍດ້ານວັດທະນະທຳ-ສັງຄົມ, ຄາດໝາຍດ້ານສິ່ງແວດລ້ອມ, ດ້ານການຮວມມື ແລະ ເຊື່ອມໂຍງກັບສາກົນ, ຄາດໝາຍດ້ານການປົກຄອງ, ການບໍລິຫານລັດ ແລະ ຍຸຕິທຳ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ສ້າງຖານການຜະລິດ ແລະ ການບໍລິການ ໃຫ້ຂະຫຍາຍຕົວ ຊຶ່ງມີ 10 ວຽກງານຈຸດສຸມ ແລະ ແຜນພັດທະນາການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ5ປີ ຄັ້ງທີ x ປະຕິບັດຢ່າງມີຜົນສໍາເລັດຕາມລະດົບຄາດໝາຍ, ບັນດາຂະແໜງການ-ອົງການ ແລະ ທ້ອງຖິ່ນ ຕ້ອງເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ, ພ້ອມກັນນັ້ນຕ້ອງເພີ່ມທະວີການປະສານງານ ແລະ ປະເມີນແຜນການຢ້າງເປັນລະບົບ. 

PhotoPhotoໃນພິທີ ພັອ ນາງ ເຂັມຄຳ ໄຊຍະເພັດ ຄະນະພັກກົມ, ເລຂາໜ່ວຍພັກຮາກຖານ, ຫົວໜ້າພະແນກການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 810, 811, 812/ປກສ ລົງວັນທີ 27 ມີນາ 2026 ໃນນີ້ໄດ້ປະກາດເລື່ອນຊັ້ນພັນຕີຂື້ນເປັນຊັ້ນພັນໂທຈຳນວນ 1 ສະຫາຍ ຍິງ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂື້ນ ຊັ້ນພັນຕີຈຳນວນ 23 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂື້ນ ຊັ້ນຮ້ອຍເອກ ຈຳນວນ 64 ສະຫາຍ ຍິງ 1 ສະຫາຍ.PhotoPhotoPhotoPhotoPhoto

ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 718, 719, 720, 721/ປກສ ລົງວັນທີ 25 ມີນາ 2026 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜຸນບຳນານ ຈຳນວນ 04 ສະຫາຍ ຍິງ 2 ສະຫາຍ ຄື: ສະຫາຍ ພັທ ເສີມໃສ ປີຍະວົງ, ພັທ ລັດດາວີ ມະນີວົງ, ພັທ ນາງ ຂີງຄຳ ວົງປະດິດ, ພັທ ນາງ ແສງອາລຸນ ຈັນທະວົງ ອອກພັກການຮັບອຸດໜຸນບຳນານ.PhotoPhoto

ໂອກາດນີ້,ປະທານ ຍັງໄດ້ໂອ້ລົມຕໍ່ພິທີ, ທ່ານໄດ້ຍ້ອງຍໍຊົມ ເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໃຫ້ທຸກສະຫາຍຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ,ຄວາມສາມະຄີຮັກ ແພງເສີມຂະຫຍາຍ 3 ທາດແທ້ 7 ມູນເຊື້ອ ຂອງກຳລັງ ປ້ອງກັນຄວາມສະຫງົບ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່ການເມືອງທີ່ການຈັດຕັ້ງພັກ-ລັດມອບໝາຍ ແລະ ຕໍ່ກັບນາຍຕຳຫຼວດທີ່ຮັບອຸດໜຸນບຳນານທີ່ໄດ້ເຮັດສຳເລັດໜ້າທີ່ວຽກງານທຸກໜ້າທີ່ ທີ່ການຈັດຕັ້ງມອບໝາຍຈົນປະສົບຜົນສຳເລັດ ແລະ ພ້ອມກັນຮັກສາມູນເຊື້ອອັນດີງາມຕະຫຼອດໄປ.Photo